ສະຫະພາບ​ເອີຣົບຈະ​ສະກັດ​ກັ້ນບໍ່​ໃຫ້​ຊາວ​ອົບ​ພະຍົບລີ​ບີ​ຫຼັ່ງໄຫຼ​ເຂົ້າ​ເອີຣົບ
2017-01-26 11:34:01  cri 

ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບປະກາດ​ໃນ​ວັນ​ທີ 25 ມັງກອນ​ນີ້​ວ່າ ຈະ​ໃຊ້​ງົບປະມານ 200 ລ້ານ​ເອີ​ໂຣ​ເພື່ອ​ຊ່ວຍ​ລີ​ບີ​ແລະ​ປະ​ເທດ​ອາ​ຟຣິກາ​ເໜືອ​ອື່ນ​ໆ​ເພີ່ມ​ທະວີ​​ຄວບ​ຄຸມ​ຊາຍ​ແດນ​ຂອງ​ປະ​ເທດຕົນ ​ເຊິ່ງຖືເປັນ​ມາດ​ຕະການ​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ຊາວ​ອົບ​ພະຍົບລີ​ບີ​ຜ່ານ​ທະ​ເລ​ເມ​ດີ​ແຕຣາ​ເນ​ເຂົ້າສູ່​ເອີຣົບ.

ຫຼັງປະ​ເທດ​ມານ​ຕາຂຶ້ນ​ເປັນ​ປະ​ເທດ​ປະທານ​ໝູນວຽນ​ຂອງ​ສະຫະພາບ​ເອີຣົບ​ເມື່ອ​ວັນ​ທີ 1 ມັງກອນ​ນີ້ ກໍ​ໄດ້​ກຳນົດ​ເອົາ​ບັນຫາ​ຊາວ​ອົບ​ພະຍົບ ​ແລະ ຊາວ​ຍ້າຍຖິ່ນ​ຖານ​ຜິດ​ກົດໝາຍ​ເປັນ​ບັນຫາສຳຄັນ​ໃນ 6 ​ເດືອນ​ຕໍ່ໜ້າ ​ແລະ​ວັນ​ທີ 3 ກຸມພາ​ໜ້າ​ນີ້, ປະມຸກ​ລັດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ເອີຣົບ ກໍ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມຢູ່​ມານ​ຕາ ​ເພື່ອ​ປຶກສາ​ຫາລື​ບັນຫາ​ຊາວ​ອົບ​ພະຍົບ​ແລະ​ຊາວຍ້າຍ​ຖິ່ນ​ຖານຜິດ​ກົດໝາຍ. ຂະນະ​ທີ່​ຄະນະ​ກຳມາ​ທິການ​ສະຫະພາບ​ເອີຣົບ ກໍ​ໄດ້​ໄຂ​ກອງ​ປະຊຸມ​ກະກຽມ​ເປັນ​ພິ​ເສດ​ຫວ່າງ​ມໍ່ໆ​ນີ້ ​ເພື່ອ​ປຶກສາ​ຫາລື​ແຜນການ​ແກ້​ໄຂ​ແລະ​ມອບ​ໃຫ້​ປະມຸກ​ລັດ​ບັນດາ​ປະ​ເທດ​ສະມາຊິກ​ປຶກສາ​ຫາລື​ກັນ.

ຄະນະ​ກຳມາ​ທິການສະຫະພາບ​ເອີຣົບ​ໄດ້​ຕົກລົງ​​ເມື່ອ​ທ້າຍ​ປີຜ່ານມາ​ວ່າ ຈະ​ວາງ​ແຜນ​ສ້າງຕັ້ງ​ 11 ໂຄງການ​ຊ່ວຍ​ເຫຼືອຢູ່​ເຂດ "​ເຂົາ​ອາ​ຟຣິກາ" (Horn of Africa) ​ໂດຍ​ຈະ​ລົງທຶນ​ປະມານ 170 ລ້ານ​ເອີ​ໂຣ​ ເພື່ອພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ ​ແລະ​ແກ້​ໄຂ​​ກົກ​ເຄົ້າຂອງວິ​ກິດ​ການ​ຊາວ​ອົບ​ພະຍົບທີ່​ເອີຣົບພວມ​ຜະ​ເຊີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ