ປະທານາທິບໍດີ​ອາ​ເມ​ລິ​ກາ​​ເຊັນ​ລັດຖະດຳລັດ​ສ້າງ​ກຳ​ແພງ​ຊາຍ​ແດນ​ອາ​ເມ​ລິ​ກາ-​ແມັກ​ຊິກ
2017-01-26 15:03:11  cri 

ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາກ່າວຫຼັງ​ລົງ​ນາມ​ໃນ​ລັດຖະດຳລັດ​ສອງ​ສະບັບ​ຢູ່​ກະຊວງຮັກສາ​ຄວາມ​ໝັ້ນຄົງ​ດິນ​ແດນ​ຂອງ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 25 ມັງກອນ​ນີ້ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ເຂດ​ຊາຍ​ແດນ ​ແລະ ຄວາມ​ເຂັ້ມງວດ​ຕໍ່​ນະ​ໂຍບາຍ​ຊາວ​ອົບ​ພະຍົບ​ວ່າ ຈະ​ໃຊ້​ງົບປະມານ​ຂອງ​ປະ​ເທດ​ສ້າງ​ກຳ​ແພງ​​ຊາຍ​ແດນ​ອາ​ເມ​ລິ​ກາ-​ແມັກ​ຊິກ​ໃນ​ບໍ່​ເທົ່າ​ໃດ​ເດືອນ​ຂ້າງ​ໜ້າ​ນີ້.

ທັງ​ນີ້ ທ່ານ​ເຊ​ນ ສະ​ປີ​ເຊີ ​ໂຄສົກ​ທຳນຽບຂາວອາ​ເມ​ລິ​ກາ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ການ​ສ້າງ​ກຳ​ແພງ​ທີ່​ເປັນ​ອຸປະສັກ​ຂະໜາດ​ໃຫຍ່​ນີ້​ມີ​ຄວາມ​ໝາຍ​ໃຫຍ່​ກວ່າ​ການ​ໃຫ້​ຄຳ​ໝັ້ນສັນຍາ​ໃນ​ການ​ຫາ​ສຽງ​ເ​ລືອກ​ຕັ້ງປະທານາທິບໍດີ ​​ເພາະ​ມັນຈະ​ສາມາດ​ສະກັດ​ກັ້ນບໍ່​ໃຫ້​ຢາ​ເສບ​ຕິດ, ການ​ກໍ່​ອາ​ຊະ​ຍາ​ກຳ ​ແລະ ຊາວ​ອົບ​ພະຍົບຜິດ​ກົດໝາຍ​ ເຂົ້າສູ່​ປະ​ເທດ​ຕົນ.

ການ​​ສ້າງ​ກຳ​ແພງ​​ຊາຍ​ແດນ​ອາ​ເມ​ລິ​ກາ-​ແມັກ​ຊິກ ​ແມ່ນ​ໜຶ່ງ​ໃນ​ຄຳ​ໝັ້ນສັນຍາ​ທີ່​ທ່ານ​ໂດ​ນັນ ທຣຳ ​ກ່າວ​ໃນ​ໄລຍະຫາ​ສຽງເລືອກ​ຕັ້ງປະທານາທິບໍດີ. ຂະນະ​ທີ່​ປັດຈຸບັນ ຢູ່​ຊາຍ​ແດນ​ອາ​ເມ​ລິ​ກາ-​ແມັກ​ຊິກ ​ໄດ້​ສ້າງ​ຮົ້ວທີ່​ຍາວ 1.050 ກິ​ໂລ​ແມັດ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ