ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີເຣສ​ ​ເລຂາທິການ​​ໃຫຍ່​ສະຫະ​ປະຊາ​ຊາດ​ອວຍພອນ​ປີ​ໃໝ່​ຈີນ
2017-01-27 14:27:02  cri 

ເນື່ອງ​ໃນ​ໂອກາດ​ປີ​​ໃໝ່​ຈີນ​ວຽນມາ​ເຖິງ​, ທ່ານ ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ (António Guterres) ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​​ໂດຍ​ຜ່ານ​ວິດີ​ໂອອວຍພອນ​ປີ​ໃໝ່​ຕໍ່​ປະຊາຊົນ​ຈີນ ​ແລະ ຊາວ​ຈີນ​ທົ່ວ​ໂລກ.

ກ່ອນ​ອື່ນ​ໝົດ, ທ່ານ​ກ່າວ​ "ສະບາຍດີ​ປີ​ໃໝ່​ຈີນ" ດ້ວຍ​ພາສາ​ອັງກິດ, ​ແລ້ວ​ກໍ່​ເວົ້າ "ສະບາຍ​ດີ​ປີ​ໃໝ່​" ດ້ວຍ​ພາສາ​ຈີນ.

ທ່ານ​ກູ​ເຕີ​ເຣສກ່າວ​ວ່າ, "ຂ້າພະ​ເຈົ້າຮຽກຮ້ອງ​​ໃຫ້ປີ 2017 ​ເປັນ​ປີ​​ແຫ່ງສັນ​ຕິ​ພາບ. ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ແກ້​ໄຂ​ບັນຫາການ​ປະ​ທະ​ກັນ, ​ຕໍ່ຕ້ານ​ການ​ກະທຳ​ທີ່​ລະ​ເມີດ​ສິດທິ​ມະນຸດ, ລົບ​ລ້າງຄວາມທຸກ​ຍາກ, ​ແກ້​ໄຂ​ວິ​ກິດ​ການ​ອື່ນ​ໆ. ທີ່​ສຳຄັນ​ນັ້ນ​ແມ່ນ, ຕ້ອງປ້ອງ​ກັນບໍ່​ໃຫ້​ບັນຫາດັ່ງກ່າວ​​ເຫຼົ່າ​ນີ້​ເກີດ​ຂຶ້ນ, ກັນ​ດີກ​ວ່າ​ແກ້, ພວກ​ເຮົາ​ຕ້ອງຖື​ການ​ປ້ອງ​ກັນ​ເປັນ​ໜ້າ​ທີ່​ສຳຄັນທີ່​ສຸດ."

ໃນ​ຕອນ​ທ້າຍ​, ທ່ານ​ກູ​ເຕີ​ເຣສຍັງ​ເວົ້າ​ເປັນ​ພາສາ​ຈີນ​ວ່າ "新年快乐(ຊີ່​ນນຽນ​ຄ້ວຍ​ເລີ້)" ​ແລະ "​谢谢(ເຊ້ຍໆ)" ​ເຊິ່ງມີ​ຄວາມ​ໝາ​ຍວ່າ​ໂຊກ​ດີ​ປີ​ໃໝ່ ​ແລະ ຂອບ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ