ເຮືອ​ບັນຈຸ​ນັກ​ທ່ອງ​ທ່ຽວ​ຈີນລຳ​ໜຶ່ງ​ຫາຍ​ສາບ​ສູນ​ຢູ່​ມາ​ເລ​ເຊຍ
2017-01-29 15:04:32  cri 
ສະຖານ​ກຸງ​ສຸນ​ໃຫຍ່​ຈີນ​ປະຈຳ​ໂຄ​ຕາຄີ​ນາ​ບາ​ລູ ປະ​ເທດ​ມາ​ເລ​ເຊຍ​ໄດ້​ຢືນຢັນ​ໃນ​ວັນ​ທີ 29 ມັງກອນ​ນີ້​ວ່າ: ​ເຮືອ​ບັນຈຸ​ນັກ​ທ່ອງ​ທ່ຽວຈີນປະມານ 20 ຄົນລຳ​ໜຶ່ງ​ໄດ້​ຫາຍ​ສາບ​ສູນ​ລະຫວ່າງ​ການ​ເດີນທາງ​ຈາກ​ໂຄ​ຕາ​ຄີ​ນາ​ບາ​ລູ​ໄປ​ສູ່​ເກາະ​ເມັນ​ກາ​ລົມ ​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງລັດ​ຊາ​ບາ​ໃນ​ວັນ​ທີ 28 ມັງກອນ​ນີ້.

ກົມ​ປະຕິບັດ​ກົດໝາຍ​ທາງ​ທະ​ເລ​ມາ​ເລ​ເຊຍ​ໃຫ້​ຮູ້​ວ່າ: ຢູ່​ເຮືອ​ລຳ​ດັ່ງກ່າວ​ໄດ້​ບັນຈຸທັງ​ໝົດ 31 ຄົນ, ​ໃນ​ນີ້ 28 ຄົນ​ມາ​ຈາກ​ປະ​ເທດ​ຈີນ. ​ແຕ່​ມາ​ຮອດ​ປັດຈຸບັນ, ສະຖານ​ກຸງ​ສຸນ​ໃຫຍ່ຈີນ​ປະຈຳ​ໂຄ​ຕາ​ຄີ​ນາ​ບາ​ລູມາ​ເລ​ເຊຍ​ໄດ້​ຢືນຢັນຂໍ້ມູນຈາກໜັງສືຜ່ານ​ແດ​ນຂອງ​ພົນລະ​ເມືອງ​ຈີນພຽງ 18 ຄົນ​ເ​ທົ່ານັ້ນ.

ໜ່ວຍ​ກູ້​ໄພ​ທີ່​ປະກອບ​ດ້ວຍ​ກອງທັບ​ເຮືອ​ແລະ​ກົມ​ຕຳຫຼວດ​ທະ​ເລ​ມາ​ເລ​ເຊຍ​ກຳລັງ​ປະຕິບັດ​ໜ້າ​ທີ່ຊອກ​ຄົ້ນ​ຫາ​ແລະຊ່ວຍ​ເຫຼື​ອຢູ່​ເຂດ​ທະ​ເລດັ່ງກ່າວ. ມາ​ຮອດ​ເວລາ 9 ​ໂມງ​ຂອງວັນທີ 29 ມັງກອນນີ້ກໍ​ຍັງ​ບໍ່​ທັນ​ພົບ​ເຫັນ​ເຮືອ​ທີ່​ຫາຍ​ສາບ​ສູນ​ນັ້ນ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ