ລັດຖະມົນຕີ​ການ​ຕ່າງປະ​ເທດ​ຝຣັ່ງກ່າວ​ວ່າ, ຂໍ້​ຕົກລົງ​ຈຳກັດ​ຊາວ​ອົບ​ພະຍົບຢ່າງ​​ເຂັ້ມ​ງວດ​ຂອງ​ອາ​ເມ​ລິ​ກາໜ້າ​ເປັນຫ່ວງ
2017-01-29 14:42:06  cri 

ວັນ​ທີ 28 ມັງກອນ​ນີ້, ຢູ່​ປາຣີ, ທ່ານ​​ເຈນ ມາກ ​ໄອ​ລອດ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງກ່າວ​ວ່າ, ຂໍ້​ຕົກລົງ​ຈຳກັດ​ຊາວ​ອົບ​ພະຍົບຢ່າງ​​ເຂັ້ມ​ງວດ​ຂອງ​ທ່ານ​ຕຣຼາມ ປະທານາທິບໍດີອາ​ເມ​ລິ​ກາ​ໃນ​ຫວ່າງ​ມໍ່ໆ​ນີ້​ໜ້າເປັນຫ່ວງຫຼາຍ.

ສື່​ມວນ​ຊົນ​ຝຣັ່ງລາຍ​ງານ​ວ່າ, ມື້​ດຽວກັນ, ​ໃນ​ເວລາ​ພົບ​ປະ​ກັບ​ທ່ານ​ຊິກ​ມາ ກາບຣີວ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເຢັຍ​ລະ​ມັນ​ຜູ້​ໃໝ່, ທ່ານ​​​ໄອ​ລອດກ່າວ​ວ່າ, "ພວກ​ຂ້າ​ພະ​ເຈົ້າ​ໄດ້​ລົງ​ນາມ​ໃນ​ສັນຍາ​ສາກົນ​ຈຳ​ນວນ​ໜຶ່ງ, ຮັບ​​ເອົາຊາວ​ອົບ​ພະ​ຍົບຍ້ອນ​ໄພ​ສົງຄາ​ມ​ແມ່ນ​ພັນທະ​ໜ້າ​ທີ່​ຂອງ​ພວກ​ຂ້າພະ​ເຈົ້າ."

ວັນ​ທີ 27 ມັງກອນ​ນີ້, ທຳນຽບ 5 ​ແຈ ຫຼື ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມລິກາ, ທ່ານ​ໂດ​ນາດ ຕຣາມ ປະທານາທິບໍດີ​ອາ​ເມ​ລິ​ກາ​ໄດ້​​ອອກ​ຄຳ​ສັ່ງ​ດ້ານ​ການບໍລິຫານ​ກ່ຽວ​ກັບ​ຊາວ​ອົບ​ພະຍົບ ​ແລະ ຊາວ​ຍົກຍ້າຍຖິ່ນ​ຖານ. ອີງ​ຕາມ​ຄຳ​ສັ່ງ​, ກະຊວງ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ​ຈະ​ຢຸດ​ເຊົາ​​ໃຫ້​ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ເປັນການ​ຊົ່ວຄາວ​ພາຍ​ໃນ 120 ມື້ຕໍ່ໜ້າ, ​ແລະ​ຢຸດຕິ​ການ​ອອກວິຊາ​ໃຫ້​ພົນລະ​ເມືອງ 7 ປະ​ເທດ​, ຄື, ອີຣານ, ຊູ​ດັງ, ຊີຣີ, ລີ​ບີ, ​ໂຊ​ມາລີ, ​ເຢ​ແມນ ​ແລະ ອີຣັກພາຍ​ໃນ 90 ມື້​ຕໍ່ໜ້າ, ຫ້າມ​ບໍ່​ໃຫ້​ຊາວ​ອົບ​ພະຍົບຊີຣີ​ເຂົ້າ​ສູ່​ອາ​ເມ​ລິ​ກາ​ເປັນ​ການຖາວອນ, ​ໃຫ້​ຈຳນວນ​ຊາວ​ອົບ​ພະຍົບ​​ຈາກແຫຼ່ງຕ່າງໆ​ໃນ​ໂລກ​ທີ່​ອາ​ເມ​ລິ​ກາ​ມີ​ແຜນ​ຈະ​ຮັບ​ເອົາ​ໄວ້​ນັ້ນ​ຫຼຸດ​ລົງ​ຮອດ 5 ໝື່ນ​ຄົນ,ຄື ຫຼຸດ​ລົງຫຼາຍ​ກວ່າ 50%.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ