ງານລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​ຂອງ​ສະມາ​ຄົມຊາວ​ຈີນກັບ​ຈາກຕ່າງ​ປະ​ເທດ​ຈັດ​ຂຶ້ນ​ຢູ່​ຢ້າງ​ກຸ້ງ
2017-01-30 16:36:22  cri 
ຕອນ​ຄ່ຳວັນ​ທີ 28 ມັງກອນນີ້, ງານລາຕີ​ສະຫຼອງ​ບຸນ​ກຸດ​ຈີນ "ຄວາມ​​ຮັກ​ແພງ​ຂອງ​ຈີນ,​ສະຫຼອງ​ບຸນ​ກຸດ​ຈີນ​ຢູ່​ຢ້າງ​ກຸ້ງ"​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນ​ຢ້າງ​ກຸ້ງປະ​ເທດ​ມຽນມາ, ​ໂດຍທ່ານ​ເສີນ​ເສີນ, ອັກຄະ​ລັດຖະທູດທີ່​ປຶກສາຂອງສະຖານທູດ​ຈີນ​ປະຈຳ​ມຽນມາ, ທ່ານ​ມ​ອງມອງ​ໂຊ ​ເຈົ້າຄອງ​ນະຄອນຢ້າງ​ກຸ້ງ ພ້ອມດ້ວຍ​ຫົວໜ້າແລະ​ຜູ້ຕາງໜ້າ​ອົງການ​ຈັດຕັ້ງມິດຕະພາບ​ຈີນ​ມຽນມາ ​ເຂົ້າຮ່ວມ.

ກິດຈະກຳ​ການສະ​ແດງ "ຄວາມຮັກ​ແພງຂອງຈີນ" ​ແມ່ນ​ໜຶ່ງ​ໃນ​ບັນດາ​ກິດ​ຈະ​ກຳ "ຄວາມ​ຮັກ​ແພງ​ຂອງ​ຈີນ"ທີ່​ສະມາ​ຄົມ​ຊາວ​ຈີນກັບ​ຈາກຕ່າງ​ປະ​ເທດ​ຈັດ​ຂຶ້ນ​ໃນ​ປີ2008,​ເພື່ອ​ສົ່ງ​ເສີມວັດ​ທະນະ​ທຳ​ຈີນ, ຢື້​ຢາມ​ຖາມ​ຂ່າວ​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ, ​ເພີ່ມ​ທະວີ​ມິດຕະພາບ​ຈີນ​ກັບ​ຕ່າງປະ​ເທດ. ມາ​ຮອດ​ປັດຈຸບັນ, ສະມາ​ຄົມຊາວ​ຈີນກັບ​ຈາກຕ່າງປະ​ເທດ​ທຸກ​ລະດັບ​ໃນທົ່ວ​ປະ​ເທດ​ໄດ້​ຈັດ​ຕັ້ງຄະນະ​ສິລະ​ປະ 100 ກວ່າ​ຄະນະ​ໄປສະ​ແດງ​ຢູ່​ຫຼາຍ​ສິບ​ປະ​ເທດ​ໃນ​ໂລກ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ