ງານສະຫຼອງ​ບຸນ​ກຸດ​ຈີນ​ຂະໜາດ​ໃຫຍ່ສຸດນອກຈາກ​ອາຊີ ​ໄດ້ຈັດຂຶ້ນ​ຢູ່​ລອນ​ດອນ
2017-01-30 16:49:49  cri 
ວັນ​ທີ 29 ມັງກອນ​ນີ້ຕາມ​ເວລາ​ທ້ອງ​ຖິ່ນ, ງານສະຫຼອງ​ບຸນ​ກຸດ​ຈີນ​ທີ່​ສະໜາມ​ຫຼວງທຣາຟານ​ກາ​ແຫ່ງ​ລອນ​ດອນ​ປະຈຳ​ປີ​​ໄດ້​ເປີດ​ສາກຂຶ້ນ, ນີ້ແມ່ນງານສະຫຼອງ​ບຸນ​ກຸດ​ຈີນ​ທີ່​ໃຫຍ່​ສຸດໃນ​ໂລກນອກຈາກ​ອາຊີ ​ໂດຍທ່ານ​ລິວ​ສຽວ​ໝິງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ອັງກິດ, ທ່ານນາງ​ວັງ​ສຽວ​ຜີ​ງ ຮອງ​ຫົວໜ້າ​ຫ້ອງການ​ວຽກ​ງານ​ຊາວຈີນຕ່າງ​ດ້າວ​ຂອງ​ລັດຖະບານ​ຈີນ​ເຂົ້າຮ່ວມ. ທ່ານ​ລິວສຽວໝິງ​ໄດ້​ກ່າວ​ປາ​ໄສ​ວ່າ, ກິດຈະກຳສະຫຼອງບຸນ​ກຸດ​ຈີນ​​ແມ່ນ​ເປັນ​ທີ່​ເອກອ້າງ​ຂອງຕົວ​ເມືອງ​ລອນ​ດອນ, ​ເຊິ່ງ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ງານ​ສະຫຼອງ​ວັນ​ບຸນ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ຕົວ​ເມືອງທີ່​ຍິ່ງ​ໃຫຍ່​ແຫ່ງ​ນີ້, ​ແລະ​ກາຍ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ຂາດ​ບໍ່​ໄດ້ຂອງລອນ​ດອນ​ໃນ​ທຸກ​ປີ.

ມື້​ດຽວ​ກັນ ພະ​ລາ​ຊີ​ນີ​ເອລິ​ຊາ​ເບັສ II ​ເຈົ້າຊີວິດອັງກິດ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​​ໄປ​ເຖິງ​ພິທີ​​ເປີດ​ງານ​ດັ່ງກ່າວ, ​ເພື່ອ​ສະ​ແດ​ງຄວາ​ມຢື້​ຢາມ​ຖາມ​ຂ່າວ​ໃນ​ຍາ​ມບຸນ​ຕໍ່​ຜູ້​ທີ່​ເຂົ້າຮ່ວມ​ງານ​ໝົດ​ທຸກ​ຄົນ. ​ແລະ​ໃນ​ງານດັ່ງກ່າວ​ຍັງ​ໄດ້​ອ່ານຄຳ​ອວຍພອນ​ບຸນ​ກຸດ​ຈີນ​ຂອງ​ທ່ານ​ນາງ​ເທ​ເລ​ຊາ ​ເມ  ນາຍົກລັດຖະມົນຕີອັງກິດອີກ​ດ້ວຍ.

ງານສະຫຼອງ​ບຸນ​ກຸດ​ຈີນ​ທີ່​ສະໜາມ​ຫຼວງ​ທຣາຟານ​ກາ​ແມ່ນ​ຈັດ​ຂຶ້ນ​ໂດຍ​ສະມາ​ຄົມຊາວ​ຈີນ​ລອນ​ດອນ. ປີ​ນີ້, ນອກຈາກ​ມີ​ການສະ​ແດງ​ຕ່າງໆ​ຢູ່​ສະໜາມ​ຫຼວງ​ດັ່ງກ່າວ​ແລ້ວ, ສະມາ​ຄົມ​ຊາວຈີນ​ລອນ​ດອນຍັງ​ຮ່ວມ​ມື​ກັບ​ຫຼາຍ​ອົງການ, ​ເພື່ອ​ດຳ​ເນີ​ນກິດຈະກຳ​ສະຫຼອງ​ບຸນ​ກຸດ​ຈີນ​ຕ່າງໆ​ຢູ່​ຫໍ​ສິລະ​ປະ, ​ເດີລອນ​ດອນ​ໄອ້ສ ​ແລະ​ແຫ່ງ​ອື່ນໆ​ຂອງ​ອັງກິດອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ