ປະຊາຊົນ​ອາ​ເມ​ລິ​ກາຊຸມນຸມ​ປະ​ທ້ວງຢູ່​ເຂດ​​ໃກ້​ທຳນຽບຂາວຕໍ່​ນະ​ໂຍບາຍ​ໃໝ່ກ່ຽວ​ກັບ​ຊາວອົບ​ພະຍົບ​ຂອງ​ທ່ານ​ທຣຳ
2017-01-30 15:24:17  cri 

ໃນຕອນ​ບ່າຍ​ວັນ​ທີ 29 ມັງກອນ​ນີ້, ປະຊາຊົນ​ອາ​ເມ​ລິ​ກາ​ຫຼາຍ​ພັນ​ຄົນ​ໄດ້​ເຕົ້າ​ໂຮມກັນ​ຢູ່​ເຂດ​​ໃກ້​ທຳນຽບຂາວ​ວໍ​ຊີງ​ຕັນ ​ເພື່ອ​ປະ​ທ້ວງທ່ານ​ໂດນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​​ທີ່​ລົງ​ນາມ​ໃນ​ລັດຖະດຳລັດທີ່​ຈຳກັດ​ຊາວອົບ​ພະຍົບ​ໃນ​ຫວ່າງ​ມໍ່ໆ​ນີ້.

ຜູ້​ປະ​ທ້ວງ​ຍົກ​ຄຳ​ຂວັນຕ່າງໆ​ເຊັ່ນ, "ຍິນ​ດີ​ຕ້ອນຮັບ​ຊາວ​ອົບ​ພະຍົບ" ​ແລະ "ການ​ຢູ່ຮ່ວມ​ກັນມີ​ກຳລັງ​ເຂັ້ມ​ແຂງ" ​ເພື່ອຮຽກຮ້ອງ​ເພິ່ມທະວີຄວາມ​ອະນຸ​ໂລມ​ຂອງ​ສັງຄົມ​ອາ​ເມ​ລິ​ກາ. ມື້​ດຽວ​ກັນ, ຢູ່​ຕົວ​ເມືອງ​ໃຫຍ່ ​ແລະ ສະໜາມ​ບິນ​ສາກົນ​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ກໍ່​ໄດ້​ຈັດ​ການປະ​ທ້ວງ​ທ່ານ​​ໂດ​ນັນ ທຣຳ​ເຊັ່ນ​ດຽວ​ກັນ.

ມື້​ດຽວ​ກັນ, ທ່ານ​ທຣຳ​ໄດ້ສະ​ແດງ​ທ່າ​ທີ​ໂດຍ​ກ່າວ​ວ່າ, ຕົນ​ລົງ​ນາມ​ໃນ​ລັດຖະດຳລັດ​ດັ່ງກ່າວ​ກໍເພື່ອ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ອາ​ເມ​ລິ​ກາ​​ໃຫ້​ດີ​ຂຶ້ນດີກ​ວ່າ​ເກົ່າ.

ອີງ​ຕາມ​ລັດຖະດຳລັດ​ທີ່​ທ່ານ​ທຣຳລົງ​ນາມໃນ​ວັນ​ທີ 27 ມັງກອນ​ນີ້, ​ອາ​ເມ​ລິ​ກາ​ຈະ​ຫ້າມ​ບໍ່ໃຫ້​ຊາວ​ອົບ​ພະຍົບ​ເຂົ້າ​ເມືອງ​ເປັນການ​ຊົ່ວຄາວ​ພາຍ​ໃນ 120 ມື້ຕໍ່ໜ້າ, ​ຫ້າມ​ບໍ່​ໃຫ້​ພົນລະ​ເມືອງ 7 ປະ​ເທດ​, ຄື, ອີຣານ, ຊູ​ດັງ, ຊີຣີ, ລີ​ບີ, ​ໂຊ​ມາລີ, ​ເຢ​ແມນ ​ແລະ ອີຣັກ​ເຂົ້າ​ເມືອງພາຍ​ໃນ 90 ມື້​ຕໍ່ໜ້າ ​ແລະ ​ໃຫ້​ຊາວ​ອົບ​ພະຍົບຊີຣີ​ເຂົ້າອາ​ເມ​ລິ​ກາ​​ໂດຍ​ບໍ່​ມີ​ເວລາຈຳກັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ