ຣັດ​ເຊຍຫວັງ​ວ່າ​ຈັດການ​ເຈລະ​ຈາລະ​ຫວ່າງ​ຜູ້ນຳ​ຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ໂດຍ​ໄວ
2017-01-31 14:15:42  cri 
ວັນ​ທີ 30 ມັງກອນ​ນີ້,​ ທ່ານ​ດິມິ​ຕຣິ ​ເປັສກົຟ ​ໂຄສົກ​ປະທານາທິບໍດີ​ຣັດ​ເຊຍ​ກ່າວ​ວ່າ,​ ຣັດ​ເຊຍ​ຕີ​ລາ​ຄາ​ຢ່າງ​ຕັ້ງໜ້າ​ຕໍ່​ການ​ເລ​ຈະ​ຈາ​ທາງ​ໂທລະສັບ​ລະ​ຫວ່າງ​ຜູ້ນຳຣັດ​ເຊຍ​ກັບ​ອາ​ເມ​ລິ​ກາ​ທີ່​ຈັດ​ຂຶ້ນ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້,​ ​ແລະ​ຫວັງ​ວ່າ​ຈະ​ສາມາດ​ບັນລຸ​ຂໍ້​ຕົກລົງກ່ຽວ​ກັບ​ການ​ເຈລະ​ຈາລະ​ຫວ່າງ​ປະມຸກ​ລັດ​ສອງ​ປະ​ເທດ​ໂດຍ​ໄວ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ມັງກອນ​ນີ້, ທ່ານ​ເປັສກົຟກ່າວ​ວ່າ, ການ​ເຈລະຈາ​ທາງ​ໂທລະສັບລະຫວ່າງ​ທ່ານວຣາດີ​ເມຍ ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ​ແລະ​ທ່ານ​​ໂດ​ນັນ ທຣຳ​ໃນ​ວັນ​ທີ 28 ມັງກອນ​ນີ້​ແມ່ນ​ມີ​ລັກສ​ະນະ​ສ້າງສັນ,​ ​ແລະມີ​ຄວາມ​ໝາຍ​ສຳຄັນ. ທ່ານ​ກ່າວ​ວ່າ,​ ​ໂດຍ​ຜ່ານ​ການ​ເຈລະຈາ​ໜ້າ​ຕໍ່ໜ້າ,​ ຜູ້ນຳ​ສອງ​ປະ​ເທດ​ຈຶ່ງ​ສາມາດ​ປຶກສາ​ຫາລື​ບັນຫາ​ທີ່ກ່ຽວ​ຂ້ອງ​ທີ່​ໄດ້​ລົມ​ກັນ​ທາງ​ໂທລະສັບ​ຢ່າງ​ລະອຽດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ