​​ເອກ​ອັກຄະ​ລັດຖະທູດ​ຈີນ​ກ່າວ​ວ່າ,ຈະ​ຮຽກຮ້ອງ​ໃຫ້​ມະ​ເລ​ເຊຍສືບ​ຕໍ່​ເພິ່ມທະວີການຄົ້ນຫາຜູ້​ຫາຍ​ສາບ​ສູນ
2017-02-02 15:13:45  cri 

ວັນ​ທີ 1 ກຸມພາ​ນີ້, ຢູ່​ໂກຕາ ກີ​ນາ​ບາ​ລູ ​ເມືອງ​ເອກ​ລັດ​ຊາ​ບາ​​ມະ​ເລ​ເຊຍ, ທ່ານ​ຮວງ​ຮຸ້ຍ​ຄ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມະ​ເລ​ເຊຍ​ກ່າວ​ວ່າ, ຈະ​ບໍ່​ປະລະ​ການ​ຄົ້ນຫາຜູ້​ຫາຍ​ສາບ​ສູນ 6 ຄົນ​ໃນ​ອຸບັດເຫດກຳ​ປັ່ນ​ຫຼົ້ມ​ຢູ່ລັດ​ຊາ​ບາ, ຮຽກຮ້ອງ​ໃຫ້​ມະ​ເລ​ເຊຍ​ສືບ​ຕໍ່​ເພິ່ມທະ​ວີ​ການຄົ້ນຫາ, ປິ່ນປົວ​ນັກ​ທ່ອງ​ທ່ຽວ​ທີ່​​ໄດ້​ຮັບການ​ກອບ​ກູ້​ໃຫ້​ດີ ​ແລະ ສຳ​ຫຼວດສາ​ເຫດ​ຂອງ​ການ​​ເກີດ​ອຸບັດເຫດ​ຄັ້ງ​ນີ້.

ໃນ​ເວລາ​ໄປ​ຢາມ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​​ໄດ້​ຮັບ​ການກອບ​ກູ້, ທ່ານ​ຮວງ​ຮຸ້ຍຄ່າງ​ກ່າວ​ວ່າ, ຫຼັງ​ຈາກ​ອຸບັດເຫດ​ເກີດ​ຂຶ້ນ​ແລ້ວ, ຜູ້ນຳ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກໍ່​ເອົາ​ໃຈ​ໃສ່​ທີ່​ສຸດສັ່ງ​ໃຫ້​ສະຖານ​ທູດ​ຈີນ​ປະຈຳ​ມະ​ເລ​ເຊຍ​​ເອົາ​ໃຈ​ໃສ່​ປະສານ​ງານ​ກັບ​ມະ​ເລ​ເຊຍ ​ເພື່ອ​ດຳ​ເນີນວຽງ​ງານ​ກອບ​ກູ້​ເບິ່ງ​ແຍງ​ເປັນ​ຢ່າງ​ດີ.

ມື້​ດຽວ​ກັນ, ທ່ານ​ຮວງ​ຮຸ້ຍຄ່າງ​ໄດ້​ພົບ​ປະ​ທ່ານ​ມູຊາ ​ໂອ​ມານ ຜູ້​ວ່າການລັດ​ຊາ​ບາ​ໂດຍທ່ານໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ອົງການ​ປົກຄອງ​ລັດ​ຊາ​ບາ​ຈະ​ຕອບ​ສະໜອງ​ຄວາມ​ສົນ​ໃຈ​ຂອງ​ຈີນຢ່າງ​ສຸດ​ຂີດ, ທຳ​ຄວາມ​ພະຍາຍາມຄົ້ນ​ຫາຜູ້​ຫາຍ​ສາບ​ສູນ​ໃນ​ອຸບັດ​ເຫດ​ໃຫ້​ເຖິງ​ທີ່​ສຸດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ