ອາ​ເມ​ລິ​ກາຈະ​ດັດ​ແປງບາງ​ມາດຕະ​ການ​ຂວ້ຳ​ບາດ​ຕໍ່​ FSB ຣັດ​ເຊຍ
2017-02-03 11:27:01  cri 
ວັນ​ທີ 2 ກຸມພາ​ນີ້,ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​​ໄດ້ເປີດ​​ເຜີຍ​ວ່າ​ຈະ​ດັດ​ແປງບາງ​ມາດຕະ​ການ​ຂວ້ຳ​ບາດ​ຕໍ່​ກົມ​ຮັກສາ​ຄວາມ​ປອດ​ໄພ​ສະຫະລັດຣັດ​ເຊຍ​ຫຼື FSB ​ໃນ​ສະ​ໄໝລັດຖະບານ​ໂອ​ບາ​ມາກ່ອນ​ໜ້າ​ນີ້ ເຊິ່ງຈະ​ອະນຸຍາດ​ໃຫ້​ບໍລິສັດ​ອາ​ເມ​ລິ​ກາດຳ​ເນີນ​ທຸລະ​ກິດ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ຜະລິດ​ຕະພັນ​ເຕັກນິກ​ຂໍ້​ມູນ​ຂ່າວສານກັບ​ອົງການດັ່ງກ່າວ.

ທັງ​ນີ້​ເມື່ອ​ທ້າຍ​ເດືອນ​ທັນວາ​ປີຜ່ານມາ, ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ໄລຍະນັ້ນ​ປະກາດ​ວ່າ: ​ຍ້ອນຣັດ​ເຊຍອາດ​ຈະ​ແຊກ​ແຊງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອາ​ເມ​ລິ​ກາ​ໂດຍການ​ໂຈມ​ຕີ​ທາງ​ອິນ​​​ເຕີ​ເນັດ ຈຶ່ງ​ຕົກລົງ​​ຂວ້ຳ​ບາດຣັດ​ເຊຍ ​ເຊິ່ງຈະ​ເນັ້ນ 5 ອົງການສຳຄັນ​ເຊິ່ງລວມທັງ​ກົມ​ໃຫຍ່​ສືບຂ່າວ ແລະ FSB ຂອງຣັດ​ເຊຍ ​ພ້ອມ​ທັງ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກົມ​ໃຫຍ່​ສືບຂ່າວ 4 ທ່ານ.

ໃນ​ໂອກາດໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ຫວ່າງ​​ເດືອນຜ່ານ​ມາ, ທ່ານ​ໂດ​ນັນ ​ທຣຳກ່າວ​ວ່າ: ຖ້າວ່າຣັດ​ເຊຍ​ສາມາດ​ຊ່ວຍ​ເຫຼືອອາ​ເມ​ລິ​ກາໂຈມ​ຕີ​ລັດທິ​ກໍ່​ການ​ຮ້າຍ​ແລະ​ດ້ານ​ອື່ນໆ, ຕົນ​ອາດ​ຈະ​ຍົກ​ເລີກ​ການ​ຂວ້ຳ​ບາດຣັດ​ເຊຍ​​ໃນ​ສະ​ໄໝລັດຖະບານ​ໂອ​ບາ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ