ສານອຸທອນລັດຖະບານພາກ 9 ສະຫະລັດອາເມລິກາໄດ້ປະກາດແຈ້ງການໃນຕອນຮຸ່ງເຊົ້າວັນທີ 5 ກຸມພານີ້ວ່າບໍ່ຮັບຄຳຮ້ອງຂອງກະຊວງຍຸຕິທຳອາເມລິກາທີ່ໃຫ້ຢຸດການປະຕິບັດຄຳຕັດສິນຂອງທ່ານໂຣບັດເປັນການຊົ່ວຄາວຢ່າງສຸກເສີນໃນໄລຍະຍື່ນອຸທອນ ເຊິ່ງໝາຍຄວາມວ່າ ຄຳສັ່ງຫ້າມບໍ່ໃຫ້ພົນລະເມືອງປະເທດອາຣັບເຂົ້າອາເມລິກາທີ່ທ່ານໂດນັນ ທຣຳ ປະທານາທິບໍດີອາເມລິກາລົງນາມນັ້ນຈະບໍ່ໄດ້ຮັບຮື້ຟື້ນ ການປະຕິບັດໃນປັດຈຸບັນ.
ວັນທີ 3 ກຸມພານີ້ຢູ່ເມືອງຊີແອັດໂຕ, ທ່ານເຈັມ ໂຣບັດ ຜູ້ພິພາກສາສານເຂດຕາເວັນຕົກາລັດວໍຊິງຕັນອາເມລິກາໄດ້ຕັດສິນໃຫ້ຢຸດການປະຕິບັດຄຳສັ່ງຫ້າມເຂົ້າປະເທດຂອງທ່ານໂດນັນທຣຳພາຍໃນຂອບເຂດທົ່ວປະເທດເປັນການຊົ່ວຄາວແລະມີຜົນບັງຄັບໃຊ້ທັນທີ. ຕໍ່ມາ, ກະຊວງຍຸຕິທຳອາເມລິກາປະກາດໃນວັນທີ 4 ກຸມພາຢ່າງເປັນທາງການວ່າຈະຍື່ນຄຳອຸທອນໂດຍກ່າວຫາຄຳຕັດສິນຂອງທ່ານໂຣບັດເປັນການລື່ນຂອບເຂດສິດຕຸລາການແລະແຊກແຊງການແກ້ໄຂວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີ.