ສານ​ອຸທອນ​ອາ​ເມ​ລິ​ກາ​ປະຕິ​ເສດ​ຄຳຮ້ອງ​ຂອງ​ລັດຖະບານ​ທຣຳກ່ຽວ​ກັບ​ການ​ຢຸດ​ການປະຕິບັດ​ຄຳ​ຕັດສິນຂອງ​ສານ​ທ້ອງ​ຖິ່ນ
2017-02-06 16:16:07  cri 
ສານ​ອຸທອນ​ລັດຖະບານ​ພາກ 9 ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ປະກາດ​ແຈ້ງ​ການ​ໃນ​ຕອນ​ຮຸ່ງ​ເຊົ້າ​ວັນ​ທີ 5 ກຸມພາ​ນີ້​ວ່າບໍ່​ຮັບ​ຄຳຮ້ອງ​ຂອງ​ກະຊວງ​ຍຸຕິ​ທຳ​ອາ​ເມ​ລິ​ກາ​ທີ່​​ໃຫ້​ຢຸດການ​ປະຕິບັດ​ຄຳ​ຕັດສິນ​ຂອງ​ທ່ານ​ໂຣບັດ​ເປັນ​ການ​ຊົ່ວ​ຄາວ​ຢ່າງ​ສຸກ​ເສີນ​ໃນ​ໄລຍະ​ຍື່ນ​ອຸທອນ ​ເຊິ່ງໝາຍ​ຄວາມ​ວ່າ ຄຳ​ສັ່ງ​ຫ້າມ​ບໍ່​ໃຫ້​ພົນລະ​ເມືອງປະ​ເທດ​ອາຣັບ​ເຂົ້າອາ​ເມ​ລິ​ກາ​ທີ່​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ລົງ​ນາມ​ນັ້ນ​ຈະ​ບໍ່​ໄດ້​ຮັບຮື້ຟື້ນ​ ​ການ​ປະຕິບັດ​ໃນ​ປັດຈຸບັນ.

ວັນ​ທີ 3 ກຸມພາ​ນີ້​ຢູ່​ເມືອງ​ຊີ​ແອັດ​ໂຕ, ທ່ານ​ເຈັມ ​ໂຣບັດ ຜູ້​ພິພາກສາ​ສານ​ເຂດ​ຕາ​ເວັນ​ຕົກາ​ລັດ​ວໍ​ຊິງ​ຕັນ​ອາ​ເມ​ລິ​ກາ​ໄດ້​ຕັດສິນ​ໃຫ້​ຢຸດການ​ປະຕິບັດ​ຄຳ​ສັ່ງ​ຫ້າມ​ເຂົ້າປະ​ເທດ​ຂອງ​ທ່ານ​ໂດ​ນັນ​ທຣຳພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ເປັນ​ການ​ຊົ່ວຄາວ​ແລະ​ມີ​ຜົນ​ບັງຄັບ​ໃຊ້​ທັນທີ. ຕໍ່​ມາ, ກະຊວງ​ຍຸຕິ​ທຳ​ອາ​ເມ​ລິ​ກາ​ປະກາດ​ໃນ​ວັ​ນທີ 4 ກຸມພາ​ຢ່າງ​ເປັນ​ທາງ​ການວ່າ​ຈະ​ຍື່ນ​ຄຳ​ອຸທອນ​ໂດຍ​ກ່າວ​ຫາ​ຄຳ​ຕັດສິນ​ຂອງ​ທ່ານ​ໂຣບັດເປັນ​ການລື່ນ​ຂອບ​ເຂດ​ສິດ​ຕຸລາການ​ແລະ​ແຊກ​ແຊງ​ການ​ແກ້​ໄຂ​ວຽກ​ງານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ປະທານາທິບໍດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ