ເກີດ​​ຫິມະ​ເຈື່ອນ​ຢູ່​​ອັ​ຟກາ​ນິສຖານ ​ເສຍ​ຊີວິດ 50 ຄົນ
2017-02-06 11:22:16  cri 

ສື່​ມວນ​ຊົນ​ອັ​ຟກາ​ນິສຖານ​ລາຍ​ງານ​ໃນ​ວັນ​ທີ 5 ກຸມພາ​ນີ້​ວ່າ, ຢູ່​ແຂວງ​ນູຣິສຖານ ທາງ​ພາກ​ຕາ​ເວັນ​ອອກປະ​ເທດ​ຕົນ ​ໄດ້​ເກີດ​​ຫິມະ​ເຈື່ອນ​ ສົ່ງ​ຜົນ​ເຮັດ​ໃຫ້ 50 ຄົນ​ເສຍ​ຊີວິດ​ເປັນ​ຢ່າງ​ໜ້ອຍ ​ແລະ 10 ກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ຜູ້​ສັນທັດ​ກໍລະນີ​ຢູ່​ແຂວງ​ດັ່ງກ່າວ​ຢືນຢັນ​ວ່າ: ຢູ່​ບໍລິ​ເວນ​ໃກ້​ບ້ານ​ແຫ່ງ​ໜຶ່ງ ​ເຂດ​ບາກ-​ເອ-ມາ​ຖານ ​ແຂວງ​ດັ່ງກ່າວ​ໄດ້​ເກີດ​ຫິມະ​ເຈື່ອນ​ໃນ​ຕອນ​ທ່ຽງ​ວັນ​ທີ 5 ກຸມພາ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້​ມີຫຼາຍຄົນ​ເສຍ​ຊີວິດ ຫຼື ​ບາດ​ເຈັບ ທັງ​ເຮັດ​ໃຫ້​ເສັ້ນທາງ​​ໄປ​ສູ່​ບ້ານ​ດັ່ງກ່າວຫຼາຍ​ເສັ້ນຖືກ​ຕັດຂາດ. ປັດຈຸບັນ ທ້ອງ​ຖິ່ນ​ດັ່ງກ່າວ​ພວມສົ່ງພະນັກງານ​ກູ້​ໄພ​ໄປ​ຊ່ວຍ​ເຫຼືອຜູ້ປະສົບ​ໄພ.

ຂ່າວ​ແຈ້ງ​ອີກ​ວ່າ, ​3 ມື້​ຜ່ານ​ມາ, ທົ່ວ​ປະ​ເທດ​ອັ​ຟກາ​ນິສຖານ​ໄດ້​ມີ​ຫິມະ​ຕົກ​ໜັກ ​ແລະ​ໜ​າວທີ່​ສຸດ ສົ່ງ​ຜົນ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນ​ເປັນ 90 ກວ່າ​ຄົນ. ຂະນະ​ທີ່​ໄພ​ຫິມະ​ຕົກໜັກ ​ແລະ ຫິມະ​ເຈື່ອນ ຍັງ​ເຮັດ​ໃຫ້​ເຮືອນ 200 ກວ່າຫຼັງຖືກ​ທຳລາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ