6 ​ເດືອນ​ຕົ້ນ​ປີ​ຈີນ​ລົງທຶນ​ຢູ່​ເນ​ປານ​, ມີມູນ​ຄ່າ​ຫຼາຍ​ກວ່າ 50 ລ້ານ​ໂດ​ລາ
2017-02-06 16:15:55  cri 
ກະຊວງ​ອຸດສາຫະກຳ​​ເນ​ປານ​ໄດ້​ເຜີຍ​ແຜ່ສະຖິຕິການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃນ​ວັນ​ທີ 5 ກຸມພາ​ນີ້​ວ່າ,​ ​ໃນ 6 ​ເດືອນ​ຕົ້ນ​ສົກ​ງົບປະມານ 2017, ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ​ຢູ່​ປະ​ເທດ​ຕົນ 2 ສ່ວນ 3 ​ມາ​ຈາກ​ປະ​ເທດ​ຈີນ,​ ​ເຊິ່ງມີຍອດ​ມູນ​ຄ່າ​ຫຼາຍ​ກວ່າ 51 ລ້ານ​ໂດ​ລາ​ສະຫະລັດ.

​ໃນ​ຫຼາຍ​ປີຜ່ານ​ມາ​, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ລົງທຶນ​ຢູ່​ເນ​ປານ​ຫຼາຍ​ກວ່າ​ໝູ່, ​​ໂດຍ​ໃນ​ສົກ​ປີ 2015- 2016 ​ໄດ້​ລົງທຶນ​​ເຖິງ 57 ລ້ານ 4 ​ແສນ 7 ໝື່ນ​ໂດ​ລາ,​ ​​ແລະ​ຖື​ວ່າແມ່ນ​ປະ​ເທດທີ່​ລົງທຶນ​ຢູ່ປະ​ເທດ​ນີ້​ຫຼາຍ​ທີ່​ສຸດ.

​ແນວ​ໃດ​ກໍ​ດີ​ໃນ 6 ​ເດືອນ​ຕົ້ນ​ສົກປີ 2016-2017,​​ ການ​ລົງທຶນ​ຕ່າງປະ​ເທດ​ໄດ້​ເຂົ້າ​ໄປ​ລົງທຶນ​ໂດຍ​ກົງ​ຢູ່​ເນ​ປານ​ເຖິງ 76 ລ້ານ 3 ​ແສນ 9 ໝື່ນ​ໂດ​ລາ,​ ​ແຕ່​ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຂວ້ຳ​ບາດ​ຂອງ​ອິນ​ເດຍໃນ​ປີຜ່ານມາຈຶ່ງ​ເຮັດ​ໃຫ້ການ​ລົງທຶນ​ໃນ​ໄລຍະ​ດຽວ​ກັນ​ຂອງສົກ​ປີ​ 2015-2016 ມີ​ພຽງ​ແຕ່ 59 ລ້ານ 9 ​ແສນ 3 ໝື່ນ​ໂດ​ລາ​ເທົ່າ​ນັ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ