ອັງກິດ​ສະຫຼອງການຂຶ້ນຄອງ​ລາດ​ຄົບຮອບ 65 ປີ​ຂອງລາຊີນີ
2017-02-07 16:35:29  cri 

ວັນ​ທີ 6 ກຸມພາ​ນີ້​ແມ່ນ​ວັນ​ຄົບຮອບ 65 ປີ​ຂອງ​ພະ​ລາ​ຊີ​ນີ​ເອລີ​ຊາ​ເບັດ​ລາດຊະການ​ທີ 2 ຂຶ້ນຄອງ​ລາຊະ​ບັນລັງອັງກິດ ​ແລະ​ເນື່ອງ​ໃນ​ວັນ​ທີ່​ມີ​ຄວາມ​ໝາຍ​ດັ່ງກ່າວ, ກອງ​ປືນ​ໃຫຍ່​​ທະຫານ​ມ້າກຽດຕິຍົດລາຊະ​ນາວີ​ອັງກິດ​ໄດ້ສະດຸ​ດີດ້ວຍ​ການຍິງ​ປືນ​ໃຫຍ່ຂຶ້ນ​ສູ່​ທ້ອງຟ້າ, ຂະນະ​ທີ່ກົມຫຼອມ​ເງິນຫຼຽນ​ແລະອົງການ​ໄປສະນີ​ອັງກິດ​ຕ່າງກໍ​ໄດ້​ອອກຫຼຽນ​ເງິນ​ທີ່​ລະນຶກ ​ແລະ ສະ​ແຕມ ​ເພື່ອ​ເປັນ​ການສະຫຼອງວັນ​ດັ່ງກ່າວ.

ສ່ວນຫ້ອງການ​ພະ​ລາ​ຊີ​ນີກໍ​ໄດ້​​ເຜີຍ​ແຜ່ຮູ​ບຖ່າຍ​ພະ​ລາ​ຊີ​ນີ​ພາບ​ໜຶ່ງ​​ສະ​ເພາະ​ໃນ​ວັນ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ.

ພະ​ລາ​ຊີ​ນີ​ເອລີ​ຊາ​ເບັດ​ລາດຊະການ​ທີ 2 ຈະ​ມີອາຍຸ 91 ພັນ​ສາ​ໃນ​ວັນ​ທີ 21 ​ເມສາ​ປີນີ້ ​ແລະ​ໄດ້​ຄອງ​ລາຊະ​ບັນລັງຫຼາຍກວ່າ​ພະ​ລາ​ຊີ​ນີ​ວິກ​ໂຕ​ເຣຍ ຍ່າ​ຂອງ​ພະ​ອົງ ທີ່​ຄອງ​ລາຊະ​ບັນລັງ​ເປັນ​ເວລາ 64 ປີ ​​ເມື່ອ​ປີ 2015 ທັງກາຍ​ເປັນ​ເຈົ້າຊີວິດ​ທີ່​ຄອງ​ລາຊະ​ບັນລັງດົນ​ທີ່​ສຸດ​​ໃນ​ປະຫວັດສາດ​ອັງກິດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ