ເຈົ້າ​ໜ້າ​ທີ່​ການ​ທູດ​ອັຟກາ​ນິສະຖານ​ປະຈຳ​ປາ​ກິສະຖານ​ຖືກ​ຍິງ​ເສຍ​ຊີວິດ
2017-02-07 16:18:42  cri 
ວັນ​ທີ 6 ກຸມພາ​ນີ້,​ ຢູ່ສະ​ຖາ​ນກົງສຸນ​ອັຟກາ​ນີສະຖານ​ປະຈຳກາ​ລາ​ຊີ​ຂອງ​ປາ​ກີ​ສະຖານ​ໄດ້​ເກີດ​ເຫດການ​ທະຫານ​ປ້ອງ​ກັນສະຖານ​ກົງສຸນ​ໃຫຍ່​ຍິງ​ເຈົ້າ​ໜ໊າທີ່​ການ​ທູດ​ອັຟກາ​ນິສະຖານ​ທ່ານ​ໜຶ່ງ​ເສຍ​ຊີວິດ.

​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ກາ​ລາ​ຊີ​ກ່າວ​ຕໍ່​ສື່​ມວນ​ຊົນ​ໃນ​ມື້​ດັ່ງກ່າວ​ວ່າ,​ ທະຫານ​ປ້ອງ​ກັນ​ສັນຊາດ​ອັຟກາ​ນີສະຖານ​ຂອງ​ສະຖານ​ກົງສຸນ​ດັ່ງກ່າວ​ໄດ້​ຍິງ​ທ່ານ​ໂມ​ຮະ​ມັດ ຈາ​ກີ,​ ​ເຈົ້າ​ໜ້າ​ທີ່​ການ​ທູດ​ອັຟກາ​ນີສະຖານ​​ເສຍ​ຊີວິດ.​ ຂະນະ​ທີ່ຜູ້​ກໍ່​ເຫດ​ໄດ້​ຖືກ​ຈັບ​​ແລ້ວ​. ທັງ​ນີ້​ຈາກຜົນ​ການ​ສືບສວນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ ​​ເປັນ​ຄວາມ​ຂັດ​ແຍ້​ງ​ສ່ວນ​ຕົວ.

ທ່ານ​ໂອ​ມະ ຈັກ​ເຮ​ຍວາ,​ ​ເອກ​ອັກ​ຄະລັດຖະທູດ​ອັຟກາ​ນິສະຖານ​ປະຈຳ​ປາ​ກິສະຖານ​ຢືນຢັນ​ຕໍ່​ນັກ​ຂ່າວ​ວ່າ,​ ​ເຫດດັ່ງກ່າວ​ເກີດ​ຂຶ້ນ​​ໃນ​ເວລາ 12 ​ໂມງ 30 ນາທີ,​​ແລະ​ເຊື່ອ​ວ່າ​ກ່ຽວ​ກັບ​ກັບ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ