ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຈະ​ສ້າງ​ຕັ້ງ​ກົມ​ສົງ​ເຄາະ​ການ​ຄ້າ​ເພື່ອຮັກສາ​ສິດ​ແລ​ຜົນ​ປະ​ໂຫຍ​ດຂອງ​ວິ​ສາ​ຫະກິດ
2017-02-08 11:08:34  cri 
ສື່​ມວນ​ຊົນ​ຫວຽດນາມ​ລາຍ​ງານ​ວ່າ: ທ່ານ​ເຈິ​ນຕວນ​​ແອ​ງ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ​ຢືນຢັນ​​ເມື່ອ​ມໍ່ໆ​ນີ້​ວ່າ: ກະຊວງ​ຕົນ​ມີ​ແຜນ​ຈະ​ສ້າງ​ຕັ້ງ​ກົມ​ສົງ​ເຄາະ​ການ​ຄ້າ​ເພື່ອ​ຮັບປະກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ວິ​ສາ​ຫະກິດ​ຫວຽດນາມ​ພາຍ​ໃຕ້​ສະພາບ​ໂລກາ​ພິວັດ.

ທ່ານ​ເຈິ​ນຕວນ​ແອ​ງກ່າວ​ວ່າ: ກົມ​ສົງ​ເຄາະ​ການ​ຄ້າ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຈະ​ຊ່ວຍ​ປະຕິບັດ​​ໜ້າ​ທີ່ການ​ບໍລິຫານ​ຂອງ​ລັດ​ໃນ​ການ​ສົງ​ເຄາະ​ການ​ຄ້າ​ໂດຍ​ປະສານ​ງານ​ກັບ​ຂະໜງການ​ອື່ນ ປະຕິບັດ​ ​ກົດ​ໝາຍ​ຂອງຫວຽດນາມ​ວ່າ​ດ້ວຍ​ການ​ຕ້ານ​ການ​ຂາຍ​​ເທຕະຫຼາດ​ແລະຕ້ານ​ການ​ອຸດ​ໜູນພ້ອມ​ດ້ວຍ​ມາດ​ຕະການ​ສົງ​ເຄາະ​ການ​ຄ້າ​ອື່ນໆ​ທີ່​ເໝາະຕໍ່​ສິນຄ້າ​ນຳ​​ເຂົ້າ​ ​ຫວຽດນາມ.

ທ່ານ​ເຈິ​ນຕວນ​ແອ​ງຢືນຢັນ​ວ່າ ກະຊວງ​ຕົນ​ກຳລັງ​ຮ່າງ​ກົດໝາຍ​ການ​ຄ້າ​ຕ່າງປະ​ເທດ​ເພື່ອ​ປະຕິບັດ​ຍຸ​ດທະ​ສາດ​ເຊື່ອມ​ໂຍງສາກົນ​ຂອງ​ປະ​ເທດ​ຕົນ ຂະນະ​ທີ່​ກົດໝາຍ​ການ​ຄ້າ​ຕ່າງປະ​ເທດ​ຈະ​ຈັດ​ໝວດ​ສະ​ເພາະ​ກຳນົດ​ມາດ​ຕະການ​ສົງ​ເຄາະ​ການ​ຄ້າ​ເຊັ່ນ​ການ​ຕ້ານ​ການ​ຂາຍ​​ເທຕະຫຼາດ,ຕ້ານ​ການ​ອຸດ​ໜູນ​ແລະ​ອື່ນໆ ​ແລະ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ຈະ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ​ຄັ້ງ​ໜ້າ​ເພື່ອ​ ​ພິຈາລະນາ​ແລະຮັບຮອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ