ເຈົ້າໜ້າ​ທີ່​ຂັ້ນ​ສູງຈີນ​ແລະ​ມຽນມາ​​ພົບ​ປະຫາລື​ຊຸກຍູ້​ສ້າງ​ຊາຍ​ແດນ​ສອງ​ປະ​ເທດ​ໃຫ້​ມີ​ສະຖຽນ​ລະ​ພາບ
2017-02-08 11:27:40  cri 

ກອງ​ປະຊຸມ​ພົບ​ປະ​ຫາລື​ລະຫວ່າງ​ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລະດັບ​ສູງ​ຂອງ​ຈີນ-ມຽນມາໄດ້​ຈັດ​ຂຶ້ນຢູ່​ເມືອງ​ຄຸນ​ມິ​ງ ​ແຂວງ​ຢຸນນານ ສປ ຈີນ ​ໃນ​ວັນ​ທີ 7 ກຸມພາ​ນີ້ ​ໂດຍ​ສອງ​ຝ່າຍ​ເຫັນ​ວ່າ ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບການ​ພັດທະນາ​ເປັນ​ຢ່າງ​ດີ​, ຂະນະ​ດຽວ​ກັນ​ກໍ​ໄດ້​ເປັນ​ເອກະສັນ​ກັນ​​ວ່າ, ການ​ແກ້​ໄຂ​ບັນຫາ​ພາກ​ເໜືອ​ມຽນມາ​ໃຫ້​ເໝາະ​ສົມ, ຮັກສາ​ເຂດ​ຊາຍ​ແດນ​ຈີນ-ມຽນມາ​ໃຫ້​ມີ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບນັ້ນ ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ການ​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໃນ​ສະ​ໄໝ​ໃໝ່.

ຈີນ​ຫວັງ​ວ່າ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຂອງມຽນມາ​ຈະ​ຮັກສາ​ຄວາມ​ອົດ​ກັ້ນຢ່າງ​ແທ້​ຈິງ ​ ​ແລະບັນລຸ​ການ​ຢຸດ​ຍິງ​ຢູ່​ພາກ​ເໜືອ​ໂດຍ​ໄວ ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ກະທົບ​ຕໍ່ສະຖຽນ​ລະ​ພາບ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ. ຂະນະ​ທີ່​ມຽນມາ​ກໍ​ໄດ້​ແຈ້ງ​ໃຫ້​ຊາບ​ຄວາມ​ຄືບ​ໜ້າ​ໃໝ່​ແຫ່ງ​ຂະ​ບວນການ​ສັນຕິພາບ​​ໃນ​ປະ​ເທດ​ຕົນ ທັງ​ໄດ້​ນຳ​ສະ​ເໜີ​ສະພາບ​ການ​ກະກຽມ​ກອງ​ປະຊຸມ​ສັນຕິພາບ​ປາງ​ລອງ​ສະຕະວັດ​ທີ 21 ຄັ້ງທີ​ສອງ. ຂະນະ​ດຽວ​ກັນ, ມຽນມາ​ກໍໄດ້​ຢືນຢັນ​ວ່າ ຈະ​ໃຊ້​ມາດ​ຕະການ​ຈິງ​ຈັງ​ເຮັດ​ໃຫ້​ສະຖານະ​ການ​ພາກ​ເໜືອ​ປະ​ເທດ​ຕົນ​ມີ​ຄວາມ​ສະຫງົບ ​ທັງ​ຈະ​ສືບ​ຕໍ່​ຊຸກຍູ້​ຂະ​ບວນການ​ສັນຕິພາບ​ພາຍ​ໃນ​ປະ​ເທດ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ຢ່າງໜັກ​ແໜ້ນ. ​ແນວ​ໃດ​ກໍ​ດີ, ມຽນມາ​​ໄດ້​ສະ​ແດງ​ຄວາມຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອຢ່າງຕັ້ງໜ້າຕໍ່​ຂະ​ບວນການ​ດັ່ງກ່າວ ​ແລະ​ຊົມ​ເຊີ​ຍຕໍ່​ການ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ທີ່​ສ້າງສັນ​ໃນ​ຂະ​ບວນການ​ດັ່ງກ່າວ.

ນອກ​ນີ້, ສອງ​ປະ​ເທດ​ໄດ້​ຫາລື​ແລະ​ຕົກລົງ​ກັນ​ວ່າ ຈະ​ຈັດ​ກອງ​ປະຊຸມ​ພົບ​ປະ​ຫາລື​ອີກ​ຄັ້ງ​ໃໝ່​ຢູ່​ຈີນ​ພາຍ​ໃນ​ປີ​ນີ້ ​​​ໂດຍ​ສະ​ເພາະ​ຈະປະສານ​ງານ​ເລື່ອງ​ເວລາ​ແລະ​ສະຖານ​ທີ່​ຈັດ​ກອງ​ປະຊຸມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ