ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ມາ​ເລ​ເຊຍ​ເປັນ 8 ປີຕິ​ດຕໍ່​ກັນ
2017-02-09 10:49:21  cri 
ກະຊວງ​ການ​ຄ້າ​ສາກົນ​ແລະ​ອຸດສາຫະກຳ​ມາ​ເລ​ເຊຍ​ເຜີຍ​ແຜ່​ຂໍ້​ມູນ​ການ​ຄ້າ​ປີ 2016 ​ໃນ​ວັນ​ທີ 8 ກຸມພາ​ນີ້​ວ່າ: ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ມາ​ເລ​ເຊຍ-ຈີນ​ໃນປີ2016 ຜ່ານ​ມາ​ບັນລຸ​ເຖິງ240 ຕື້ 900 ລ້ານຣິງກິດ​ຫຼືປະມານ 54 ຕື້ 300 ລ້ານ​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 4,4% ​ເມື່ອ​ທຽບ​ໃສ່​ປີ 2015, ຈາກ​ນີ້, ຈີນຈິ່ງ​ກາຍ​ເປັນ​ຄູ່​ການ​ຄ້າ​​ໃຫຍ່​ທີ່​ສຸດຂອງ​ມາ​ເລ​ເຊຍ​ເປັນ​ເວລາ 8 ປີຕິ​ດຕໍ່​ກັນ​ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ.

ຂໍ້​ມູນ​ດັ່ງກ່າວຊີ້​ໃຫ້​ເຫັນ​ວ່າ: ປີ 2016 ຜ່ານ​ມາ, ສິນຄ້າ​ທີ່​ມາເລ​ເຊຍ​ສົ່ງ​ອອກ​ໄປ​ຈີນ​ຕົ້ນຕໍ​ມີ​ແກັສທຳ​ມະ​ຊາດ​ແຫຼວ,ຢາງພາລາ​ທຳ​ມະ​ຊາດ​ແລະ​ອື່ນໆ, ຂະນະ​ທີ່​​ໄດ້ນຳ​ເຂົ້າ​ສິນຄ້າ​ຈາກ​ຈີນ​ຕົ້ນຕໍ​ມີ​ຜະລິດ​ຕະພັນ​ນ້ຳມັນ​ເຊື້ອ​ໄຟ,ຜະລິດ​ຕະພັນ​ເອ​ເລັກ​ໂຕຣນິກ​ແລະ​ເຄື່ອງ​ໃຊ້​ໄຟຟ້າ​ພ້ອມ​ດ້ວຍ​ອຸປະກອນ​ກົນ​ຈັກ​ໄຟຟ້າ,​ອາ​​​ໄຫຼ່​ຊິ້ນ​ສ່ວນ ​ແລະ​ອື່ນໆ.

ທ່ານ​ຫວງ​ຮຸ້ຍຄ່າງ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ມາ​ເລ​ເຊຍ​ຢືນຢັນ​ຕໍ່​ສື່​ມວນ​ຊົນ​ກ່ອນ​ໜ້າ​ນີ້​ວ່າ: ​ເຖິງ​ວ່າ​ປີ 2016, ຫວຽດນາມ​​ເຊິ່ງ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນໄດ້ກັບ​ຂຶ້ນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ແທນທີ່​ມາເລ​ເຊຍ​ກໍ​ຕາມ,​ແຕ່​ມາ​ເລ​ເຊຍ​ຍັງ​ຄົງ​ເປັນ​ແຫຼ່ງສິນຄ້າ​ນຳ​ເຂົ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໃນ​ພາກ​ພື້ນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ