ປີ 2016 ມູນຄ່າ​ການ​ຄ້າ​ຂາຍຍ່ອຍທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ບັນລຸ​ກວ່າ 5.000 ຕື້​ຢວນ
2017-02-09 16:21:18  cri 

ກະຊວງ​ການ​ຄ້າ​ຈີນ​ປະກາດ​ໃນ​ວັນ​ທີ 9 ກຸມພາ​ນີ້​ວ່າ: ປີ 2016 ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ຂາຍ​ຍ່ອຍ​ທາງ​ອິນ​ເຕີ​ເນັດຂອງ​ຈີນ​ໄດ້​ບັນລຸ 5.160 ຕື້ຢວນ ​ເພີ່ມ​ຂຶ້ນ 26,2% ​ເມື່ອ​ທຽບ​ໃສ່​ປີ 2015 ​ແລະ​ເພີ່ມ​ຂຶ້ນ​ໄວ​ກວ່າ​ຈັງຫວະ​ເຕີບ​ໂຕ​ຂອງ​ມູນ​ຄ່າ​ຂາຍຍ່ອຍ​ເຄື່ອງ​ບໍລິ​ໂພ​ກສັງຄົມ​ຈີນ​ກວ່າ 2 ​ເທົ່າ.

ທັງ​ນີ້, ທ່ານຊຸ່ນຈີ້​ເຫວີ​ນ ​ໂຄສົກ​ກະຊວງ​ການ​ຄ້າ​ຈີນ ​ໄດ້​ຢືນຢັນ​ໃນ​ພິທີ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ດັ່ງກ່າວ​ວ່າ: ການ​ຄ້າຂາຍ​ຍ່ອຍ​​ທາງ​ອິນ​ເຕີ​ເນັດ​ໄດ້​ກາຍ​ເປັນ​ພະລັງ​​ແຮງທີ່​ສຳຄັນ​ໃນ​ການ​ຊຸກຍູ້​ຂະ​ແໜງ​ການ​ຂາຍຍ່ອຍ​ຂອງ​ຈີນ​ໃຫ້​ເຕີບ​ໂຕ. ອີງ​ຕາມ​ຜົນ​ການ​ຕິດຕາມວິ​ສາ​ຫະກິດ​ຂາຍຍ່ອຍ​ຂອງ​ທາງ​ການ​, ຈັງຫວະ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ຂາຍຍ່ອຍ​ທາງ​ອິນ​ເຕີ​ເນັດບັນລຸ​ເຖິງ 25,4% ສູງ​ກວ່າ​ຈັງຫວະ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການ​ຂາຍຍ່ອຍ​ອື່ນໆ ​ເຊັ່ນ ຮ້ານ​ສັບພະ​ສິນຄ້າ ​ແລະ ຊຸບ​ເປີ​ມາ​​ແກັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ