ເຈົ້າ​ໜ້າ​ທີ່​ສະພາກາ​ແດງ​ສາກົນຢູ່​ອັຟກາ​ນິສະຖານ​ຖືກ​ຍິງ​ເສຍ​ຊີວິດ
2017-02-09 16:15:45  cri 
​​ໂຄສົກ​ສະພາກາ​ແດງ​ສາກົນ​ປະຈຳ​ອັຟກາ​ນິສະຖານ​ກ່າວ​ຢູ່​ນະຄອນຫຼວງ​ກາ​ບູນປະ​ເທດ​ອັຟກາ​ນິສະຖານ​ໃນ​ວັນ​ທີ 8 ກຸມພາ​ນີ້​ວ່າ,​ ມື້​ດັ່ງກ່າວ, ​​ເຈົ້າ​ໜ້າ​ທີ່ 6 ຄົນ​ຂອງ​ອົງການ​ຕົນ​ຖືກ​ຜູ້​ປະກອບ​ອາວຸດ​ທີ່​ບໍ່​ຮູ້​ຖານະ​ຍິງ​ເສຍ​ຊີວິດ​ຢູ່​ແຂວງຈຸ​ສຈັນ​ພາກ​ເໜືອ​ຂອງປະ​ເທດ​ອັຟກາ​ນິສະຖານ.

​ເຈົ້າ​ໜ້າ​ທີ່​ແຂວງ​ຈຸ​ສຈັນ​ຢືນ​ຢັນ​ວ່າ, ວັນ​ທີ 8 ກຸມພາ​ປະມານ 10 ​ໂມງ​ເຊົ້າ,​ ຜູ້​ປະກອບ​ອາວຸດ​ຂອງ​ກຸ່ມ IS ​ເຊິ່ງ​ເປັນ​ກຸ່ມ​ຫົວ​ຮຸນ​ແຮງ​ໄດ້ຈີ້​ເຈົ້າ​ໜ້າ​ທີ່ສະພາກາ​ແດງ​ສາກົນ 8 ຄົນ,​ ​ແລະ​ພາຍຫຼັງ​ຍິງ 6 ຄົນ​ເສຍ​ຊີວິດ​ແລ້ວ​ກໍ​ໄດ້​ຈີ້​ຕົວ 2 ຄົນ​ໄປ,​​ ​ເຊິ່ງມາ​ຮອດ​ປັດຈຸບັນ​ຍັງ​ບໍ່​ຮູ້​ວ່າ​ຢູ່​ໃສ.

​ເຈົ້າ​ໜ້າ​ທີ່ທ່ານ​ນີ້​ກ່າວ​ວ່າ,​ ຜູ້​ປະສົບ​​ເຄາະ​ຮ້າຍ​ລ້ວນ​ແຕ່​ແມ່ນ​ຊາວ​ອັຟກາ​ນິສະຖານ. ​ຂະນະ​ທີ່ເຈົ້າ​ໜ້າ​ທີ່​ຕຳຫຼວດກໍ​ໄດ້ເຄື່ອນ​ໄຫວອອກ​ຕາມ​ລ່າ​ແລ້ວ,​ ​​ເພື່ອ​ຊ່ວຍ​ເຫຼືອຕົວ​ປະກັນ​ສອງ​ຄົນ​ດັ່ງກ່າວ​​ແລະ​ຈັບຄົນ​ຮ້າຍ.
ກຸ່ມ IS ຍັງ​ບໍ່​ໄດ້​ສະ​ແດງ​ຄວາມ​ຮັບຜິດຊອບ​ຕໍ່​ເລື່ອງ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ