ປີ​ນີ້​ບໍລິສັດ​ໄປ​ສະ​ນີຟີ​ລິບ​ປິນຈະ​​ບໍລິການ "​ໄປສະນີ​​ແຫ່ງຄວາມ​ຮັກ"​ໃນ ວັນ​ວາ​ເລນ​ທາຍ​
2017-02-10 16:45:50  cri 
ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ແລ້ວ​ນີ້, ບໍລິສັດ​ໄປສະນີ​ຟີ​ລິບ​ປິນກ່າວ​ວ່າ, ນັບ​ແຕ່​ວັນ​ທີ 8 ຫາ​ວັນ​ທີ 14 ກຸມພາ​ນີ້, ຈະ​​ບໍລິການ "​ໄປສະນີ​​ແຫ່ງຄວາ​ມຮັກ" ​ໃນ​ໂອກາດວັນ​ວາ​ເລນ​ທາຍ, ລວມທັງ​ຈະ​ໃຫ້ພະນັກງານ​ໄປສະນີ​ຕາງໜ້າ​ຜູ້​ຝາກ​ເຄື່ອງ​ຮ້ອງ​ເພງ​ຮັກ​ສອງ​ເພງ​ໃຫ້​ຜູ້​ຮັບ​ເຄື່ອງຟັງ.

ພ້ອມ​ກັນ​ນັ້ນ, ບໍລິສັດ​ໄປສະນີ​ຟີ​ລິບ​ປິນຍັງ​ໄດ້​ສະໜອງ​ການ​ບໍລິການ​ສັ່ງ​ຈອງ​ສະ​ແຕມ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ສ່ວນ​ບຸກຄົນ ​ໂດຍລູກ​ຄ້າ​ສາມາດ​ເອົາ​ຮູບ​ຖ່າຍ​ຂອງ​ຕົນ​ມາ​ເປັນ​ຮູບ​ສະ​ແຕມ, ​ເພື່ອ​ຝາກ​ຈົດໝາຍ​ຮັກ. ​ແຕ່​ການ​ບໍລິການ​ດັ່ງກ່າວ​ຈະຮັບ​ໃຊ້​ສະ​ເພາະເຂດ​ນະຄອນຫຼວງ​ມະ​ນີລາ​ເທົ່າ​ນັ້ນ.

​ເນື່ອງຈາກ​ໄດ້​ຮັບ​ຜົນ​ທະ​ກທົບ​ຈາກ​ການ​ນຳ​ໃຊ້​​ອິນ​ເຕີ​ເນັດ​, ບໍລິ​ມາດຈົດໝາຍ​ສົ່ງ​ທາງ​ໄປສະນີ​ໄດ້​ຫຼຸດ​ລົງ​ຢ່າງຫຼວງຫຼາຍ, ​ແລະ​ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ, ປີ 2015, ບໍລິສັດ​ໄປສະນີ​ຟີ​ລິບ​ປິນ​ເລີ່​ມສະໜອງ​ການ​ບໍລິການ "​ໄປສະນີ​ຄວາມ​ຮັກ" ​ເປັນ​ຄັ້ງ​ທຳ​ອິດ​ໃນ​ໄລຍະ​ສະຫຼອງ​ວັນ​ວາ​ເລນ​ທາຍ, ​ແລະ​ໄດ້ໃຫ້​ພະນັກງານ​ໄປສະນີ​ຮ້ອງ​ເພງ, ​ເຊິ່ງ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ຢ່າງ​ຫຼວງ​ຫຼາຍ. ຂະນະ​ທີ່ປີ 2016, ບໍລິສັດ​ໄປ​ສະ​ນີຟີ​ລິບ​ປິນ​ໄດ້​ຂະຫຍາຍ​ຄວາມ​ຄິດ​ດ້ວຍ​ການຮ້ອງ​ເພງ​​ໃນ​ໂອກາດວັນ​ເກີດ, ວັນ​ແມ່, ວັນ​ບຸນ ​ແລະ​ວັນ​ລະນຶກ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ