ກິດຈະ​ກຳ​ພົບ​ປະ​ແລກປ່ຽນການ​ປຸງ​ແຕ່ງ​ອາຫານ ມິດຕະພາບ ນາໆຊາດ
2017-02-11 16:52:41  cri 

ສະ​​ຖາ​ບັນ​ຄົ້ນຄວ້າ ​ແລະ ອົບ​ຮົບຊາວໜຸ່ມສາກົນ​ປັກ​ກິ່ງ​ໄດ້ຈັດ​ ກິດຈະ​ກຳ​ພົບ​ປະ​ແລກປ່ຽນການ​ປຸງ​ແຕ່ງ​ອາຫານ ມິດຕະພາບ ນາໆຊາດ ​ໃນວັນ​ທີ 10 ກຸມພາ​ນີ້, ​ໂດຍມີ​ນັກ​ສຶກສາ ແລະ ຊ່ຽວຊານ​ ​ ຕ່າງ​ປະ​ເທດ ທີ່ກຳ​ລັງ​ສຶກສາ ​ແລະ​ປະ​ຕີ​ບັດໜ້າທີ່​ຢູ່ ​ນະ​ຄອນ​ຫລວງ ປັກ​ກິ່ງ ພອ້ມດວ້ຍບັນ​ດາອາ​ຈານ ແລະ ນັກ​ສຶກສາ ຈາກ​ມະຫາວິທະຍາ​​​ໄລ ​ແລະ ສະ​ຖາ​ບັນ​ການ ສຶກສາຕ່າງໆຂອງ​ຈີນ ເຂົ້າຮວ່ມ 100 ກວ່າຄົນ.



ໃນ​ງານ​ຄັ້ງ​ນີ້,ຜູ້ເຂົ້າຮວ່ມ​ໄດ້​ທ່ຽວຊົມ​ສະຖານ​ທີ່​ຕ່າງໆຂອງ ສະ​​ຖາ​ບັນ,ຮັບ​ຟັງ​ການ​ແນະນຳ​ກ່ຽວກັບອາຫານ ​ແລະ ​ວັດທະນະ​ທຳ​ຈີນ,ຮຽນປຸງ​ແຕ່ງອາຫານ ​ແລະ ຮັບປະ​ທານ​ອາຫານຮ​ວ່ມກັນ, ​ພອ້ມທັງ​ແລກປ່ຽນຄວາມ​ຄິດ​ຄວາມ​ເຫັນ, ​ທັງ​ນີ້​ ກໍ່ເພື່ອ​ເປັນ​ການ​ສ້າ​ງຄວາມ​ສາມັກ​ຄີ ​ແລະ​ ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ​​​ແລະ​ກັນ​ລະຫວ່າງ​ຊາວ​ຕ່າງປະ​ເທ​ດ​ແລະ​ຈີນ ​ໃຫ້​ແໜ້ນ​ແຟ້ນ​ກວ່າ​ເກົ່າ,​ເຊິ່ງ​ໄດ້​ສ້າງ​ຄວາມປະ​ທັບ​​ໃຈ​​ແລະ​ເບີກບານ​ມ່ວນ​ຊື່ນ​ໃຫ້​ຜູ້ເຂົ້າຮວ່ມ​ງານຢ່າງ​ຫລວງຫລາຍ.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ