ທະນາຄານ​​ໂລກ​ຮຽກຮ້ອງ​ປະ​ເທດ​ອາ​ຟຼິກາ​ເພີ່​ມຄວາມ​ແຮງ​ໃນ​ການ​ລົງທຶນ​​ເຂົ້າ​ໃນພື້ນຖານ​ໂຄງ​ລ່າງ
2017-02-11 16:52:55  cri 

ຫວ່າງ​ມໍ່ໆ​ນີ້, ທະ​ທາ​ຄານ​ໂລກ​ໄດ້​​ເຜີຍ​ແຜ່ບົດລາຍ​ງານ​ພັດທະນາ​ຕົວ​ເມືອງ​ອາ​ຟຼິກາ​ຢູ່​ເອທີ​ໂອ​ປີ, ​ໂດຍ​ເຕືອນ​ປະ​ເທດ​ອາ​ຟຼິກາ​ເພີ່​ມທະວີ​ການ​ລົງທຶນ​​ໃນ​ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ແລະປະຕິ​ຮູບ​ຕະຫຼາ​ດທີ່​ດິນ, ​ເພື່ອ​ເລັ່ງລັດ​ການ​ພັດທະນາ​ເສດ​ຖະກິດ​ຕົວ​ເມືອງ.

ບົດ​ລາຍ​ງານລະບຸ​ວ່າ, ກາ​ນລົງທຶນ​​ໃນ​ການ​ກໍ່ສ້າງພື້ນຖານ​ໂຄງ​ລ່າງ​ແລະ​ປະຕິ​ຮູບ​ຕະຫຼາດ​ທີ່​ດິນ​ແມ່ນ​ຂໍ​ກະ​ແຈ​ຂອງ​ການ​ເລັ່ງລັດ​ການ​ເຕີບ​ໂຕທາງ​ເສດຖະກິດ​ຕົວ​ເມືອງ​ອາ​ຟຼິກາ, ​ເ​ພີ່​ມ​ໂອກາດ​ປະກອບ​ອາຊີບ​ແລະ​ຍົກ​ສູງ​ກຳລັງ​​ແຂ່ງຂັນ​ຂອງ​ຕົວ​ເມືອງ. ​ໃນ​ຂະນະ​ດຽວ​ກັນ, ຄຽງ​ຄູ່​ກັບ​ຂະໜາດ​​ເສດຖະກິດ​​ເຕີບ​ໂຕ, ຕົວ​ເມືອງ​ອາ​ຟຼິກາ​ຕ້ອງ​ເປີດ​ປະຕູ​ສູ່​ທົ່ວ​ໂລກ.

ບົດ​ລາຍ​ງານຊີ້​ອອກ​ວ່າ, ການ​ພັດທະນາ​ພື້ນຖານ​ໂຄງລ່າງ, ອຸດສາຫະກຳ​ແລະ​ການ​ຄ້າ​ຂອງ​ຕົວ​ເມືອງ​ອາ​ຟຼິກາ​ລ້ວນ​ແຕ່​ຫຼ້າ​ຫຼັງກວ່າ​ການ​ເຕີບ​ໂຕ​ຂອງ​ປະຊາກອນ​ຕົວ​ເມືອງ, ​ຍັງ​ຂາດ​ເຂີນເຮືອນ​​ທີ່​ປະຊາ​ກອນ​ຕົວ​ເມືອງ​ສາມາດຫາບ​ແບກ​ໄດ້​, ຄ່າ​ຄອງ​ຊີບຢູ່​ຕົວ​ເມືອງ​ກໍ່​ແພງ​ໂພດ.

ບົດ​ລາຍງານ​ສະ​ເໜີ​ວ່າ, ປະ​ເທດ​ອາ​ຟຼິກາ​ຄວນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ເຮືອນ​ຢູ່, ອຸດສາ​ຫະກຳ​ແລະ​ການ​ຄ້າ​ຢ່າງ​ກົມກຽວ​ກັນໃນ​ຂະ​ບວນການ​ ​ຫັນ​ເປັນ​ຕົວ​ເມືອງ, ​ເຮັດ​ໃຫ້​ຕະຫຼາດ​ທີ່​ດິນ​ມີ​ລະບຽບ​ແບບ​ແຜນຕື່ມ​ອີກ, ​ແລະ​ວາງ​ແຜນການ​ພັດທະນາ​ຕົວ​ເມືອງ​ທີ່​ບັງ​ເກີດ​ຜົນ​.

ຂໍ້​ມູນ​ຂອງທະນາ​ຄານ​ໂລກະ​ແດງ​ໃຫ້​ເຫັນ​ວ່າ, ປະຊາກອນ​ຕົວ​ເມືອງຂອງ​ອາ​ຟຼິກາ​ໄດ້​ບັນລຸ 472 ລ້ານ​ຄົນ, ຮອດປີ 2025 ຈະ​ເພີ່ມຂຶ້ນ 187 ລ້ານຄົນ, ​ແລະ​ຮອດປີ 2040 , ປະຊາກອນ​ຕົວ​ເມືອງ​ອາ​ຟຼິກາ​ຈະ​ບັນລຸ​ເຖິງ 1 ຕື້ຄົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ