ການ​ນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນຄ້າ​ໃນ​ເດືອນ​ມັງກອນ​ຂອງ​ຈີນ​ລື່ນຄາດໝາຍ
2017-02-13 11:17:51  cri 

ກົມ​ດ່ານ​ພາສີ​ຈີນ​​ເປີດ​ເຜີຍ​ວ່າ ​ເດືອນ​ມັງກອນ 2017 ນີ້, ຈີນບັນລຸ​ມູນ​ຄ່າ​ການນຳ​ເຂົ້າ​ແລະ​ສົ່ງ​ອອກ​ສິນຄ້າ​​ເຖິງ 2180 ຕື້​ຢວນ ຫຼື 316 ຕື້​ໂດ​ລາ​ສະຫະລັດ ​ເພີ່ມ​ຂຶ້ນ 19,6% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ​ ​ເຊິ່ງລື່ນຄາດໝາຍຢ່າງ​ຫຼວງ​ຫຼາຍ. ຂະນະ​ທີ່​ໄລ່​ຕາມ​ສະກຸນ​ເງິນ​ໂດ​ລາ​ສະຫະລັດ, ການ​ສົ່ງ​ອອກ​ຂອງ​ຈີນ​ໃນ​ເດືອນ​ມັງກອນ​ໄດ້​ເພີ່ມ​ຂຶ້ນ 7,9% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ຫຼັງ​ຫຼຸດ​ລົງ​ມາ​ເປັນ​ເວລາ 9 ​ເດືອນ​ຕິດ​ຕໍ່​ກັນ. ຈາກ​ນີ້,ນັກວິ​ເຄາະ​​ເຫັນ​ວ່າ ນີ້​ເປັນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໂດຍ​ລວມ​ແລ້ວ,ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ຈີນ​ປີ​ນີ້​ຈະດີກ​ວ່າ​ປີຜ່ານມາ ​ແຕ່​ກໍ​ຕ້ອງ​ເອົາ​ໃຈ​ໃສ່​ປັດ​ໄຈ​ທີ່​ບໍ່​ແນ່ນອນ.


​ເຈົ້າ​ໜ້າ​ທີ່​ສະ​ຖາ​ບັນ​ຄົ້ນຄວ້າ​ກະຊວງ​ການ​ຄ້າ​ຈີນ​ຢືນຢັນ​ວ່າ ການ​ສົ່ງ​ອອກ​ແລະ​ນຳ​ເຂົ້າ​ໃນ​ເດືອນ​ມັງກອນ​ຜ່ານ​ມາ​ລ້ວນ​ແຕ່​ຂະຫຍາຍຕົວ​ສູງ​ກວ່າ 10% ​ ​ເຊິ່ງ​ເປັນ​ຜົນ​ມາ​ຈາກຕະຫຼາດ​ສາກົນພັດທະນາ​ດີ​ຂຶ້ນ​ແລະ​ຄວາມ​ຕ້ອງການກໍ​ເພີ່ມ​ຂຶ້ນ.

ດ່ານ​ພາສີ​ເປີດ​ເຜີຍ​ອີກວ່າ ຕາມການ​ຄາດ​ຄະ​ເນ​ໃນ​ເບື້ອງ​ຕົ້ນ​ຄື​ໃນໄຕ​ມາດ​ທີ​ສອງ​ປີ 2017 ນີ້, ​ແຮງ​ກົດ​ດັນ​ດ້ານ​ການ​ສົ່ງ​ອອກ​ຂອງ​ຈີນ​ຈະຫຼຸດ​ອ່ອນລົງ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ