ຈີນ​ຕໍ່​ວ່າ​ທັກ​ທ້ວງ​ຫວຽດນາມ​ໃນ​ກໍລະນີ​ພົນລະ​ເມືອງ​ຕົນ​ຖືກ​ທຳຮ້າຍ
2017-02-13 16:28:22  cri 
    ວັນ​ທີ 7 ກຸມພາ​ນີ້, ​ໃນຂະນະ​ພົນລະ​ເມືອງ​ຈີນ 3 ຄົນ​​ເດີນທາງກັບ​​ປະ​ເທດ​​ໂດຍ​ຜ່ານ​ດ່ານ​ມອງ​ກາຍ​ຫວຽດນາມ ​ໄດ້ຖືກ​ເຈົ້າໜ້າ​ທີ່​ກວດ​ກາ​ຊາຍ​ແດນ​ຫວຽດນາມ​ຂໍ​ເງິນ​ພິ​ເສດ ​ແລະ​ຖືກ​ຕີ ສົ່ງ​ຜົນ​ເຮັດ​ໃຫ້​ຊາຍ​ຄົນ​ໜຶ່ງ​ກະດູກ​ຂ້າງ​ຫັກ 4 ​ທ່ອນ​ເປັນ​ຢ່າງ​ໜ້ອຍ.

    ທັງ​ນີ້ ສະຖານທູດ​ຈີນ​ປະຈຳ​ຫວຽດນາມ​ກ່າວ​ວ່າ, ​ໄດ້​ຕິດຕາມ​ສູງ​ຕໍ່​ເຫ​ດການ​ດັ່ງກ່າວ ​ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ກົມ​ກົງສຸນ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຢ່າງ​ເຄັ່ງຂຶມ ​ແລະ​ຮຽກຮ້ອງ​ໃຫ້​ຫວຽດນາມ​ໃຊ້​ມາດ​ຕະການ​ທັນທີ ສືບສວນ​ເຫດການ​ດັ່ງກ່າວ ທັງລົງ​ໂທດ​​ເຈົ້າໜ້າ​ທີ່​ດ່ານ​ຕາມ​ກົດໝາຍ​ຢ່າງ​ເຂັ້ມງວດ ພ້ອມ​ທັງ​ຂໍອະ​ໄພ​​ແລະ​ທົດ​ແທນ​ຄ່າ​ເສຍ​ຫາຍ​ໃຫ້​ແກ່​ພົນລະ​ເມືອງ​ຈີນ.

    ​ຂ່າວ​ແຈ້ງວ່າ, ຫຼັງ​ເກີດ​ເຫດ, ຫວຽດນາມ​ໄດ້​ປະຕິ​ເສດ​ຕໍ່​​ເຫດການ ​ແລະ​ກ່າວ​ວ່າ, ຊາຍ​ຈີນຄົນ​ນັ້ນ​ໄດ້​ລົ້ມບາດ​ເຈັບ​ໃນ​​ຂະນະຖືກ​ໄລ່​. ນອກ​ນີ້ ກໍ​ໄດ້​ປະຕິ​ເສດການ​ສືບສວນ​ຮ່ວມ​ກັນ​ທີ່​ຈີນ​ສະ​ເໜີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ