ຈີນ​ເດັດດ່ຽວ​ຄັດຄ້ານຖະ​ແຫຼ​ງການ​ຮ່ວມ​ຂອງ​ຍີ່ປຸ່ນ-ອາ​ເມ​ລິ​ກາ​ກ່ຽວ​ກັບ​ເກາະ​ຕ້ຽວ​ຢູ​ແລະ​ບັນຫາ​ທະ​ເລ​ຈີນ​ໃຕ້
2017-02-14 11:12:15  cri 
​ໃນ​ການ​ຖະ​ແຫຼ​ງຂ່າວ​ປົກກະຕິ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ທີ່​ຈັດ​ຂຶ້ນ​ໃນ​​ວັນ​ທີ 13 ກຸມພາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ຜູ້ນຳ​ຍີ່ປຸ່ນ-ອາ​ເມ​ລິ​ກາ​ໄດ້ອອກ​ຖະ​ແຫຼ​ງການ​ຮ່ວມ​​​ເມື່ອ​ມໍ່ໆ​ນີ້​​ໂດຍ​ເນັ້ນ​ໃນມາດຕາ​ທີ 5 ຂອງ​ສົນທິສັນຍາ​ຮັກສາ​ຄວາມ​ໝັ້ນຄົງ​ອາ​ເມ​ລິ​ກາ-ຍີ່ປຸ່ນ​ເປັນ​ສິ່ງ​ສົມຄວນ​ໃນ​ການ​ນຳໃຊ້​ກັບ​ເກາະ​ຕ້ຽວ​ຢູ ​​ແລະ​ສອງ​ຝ່າຍ​ຮຽກຮ້ອງ​ໃຫ້​ຫຼີກ​ເວັ້ນການ​ເຮັດ​ໃຫ້​ເກາະ​ແລະ​ຫີນ​ໂສ​ໂຄກນຳ​ໄປ​ສູ່​ການ​ໃຊ້​ກຳລັງການ​ທະຫານ​ແລະ​ມາດ​ຕະການ​ອື່ນໆ​​ເພື່ອເຮັດ​ໃຫ້​ສະຖານະ​ການຢູ່​ທະ​ເລ​ຈີນ​ໃຕ້​ເຄັ່ງ​ຕຶງ​ຂຶ້ນ.ຈາກ​ນີ້,ຝ່າຍ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​?

ທ່ານ​ເກິ​ງສວາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ວ່າ ​ເກາະ​ຕ້ຽວ​ຢູພ້ອມ​ດ້ວຍ​ເກາະ​ຕ່າງໆ​ທີ່ຢູ່​ບໍລິ​ເວນ​ອ້ອມ​ຂ້າງ​ເປັນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ບູຮານ​ນະ​ການ. ຈາກ​ນີ້,ຈີນຈິ່ງ​ເດັດດ່ຽວ​ຄັດຄ້ານທີ່​ຍີ່ປຸ່ນ​ອ້າງ​ວ່າ "ສົນທິສັນຍາ​ຮັກສາ​ຄວາມ​ໝັ້ນຄົງ​ອາ​ເມ​ລິ​ກາ-ຍີ່ປຸ່ນ" ​ແກ່​​​ດຶງ ອາ​ເມ​ລິ​ກາ​​ເຂົ້າ​ມາ​ເຜີຍ​ແຜ່​ຈຸດ​ຢືນຕໍ່​ຜືນ​ແຜ່ນດິນ​ທີ່​ບໍ່​ຖືກຕ້ອງ​ຕາມ​ກົດໝາຍຂອງ​ຕົນ. ຍີ່ປຸ່ນ​ແລະ​ອາ​ເມ​ລິ​ກາ​ຄວນ​ລະວັງ​ວາຈາ​ແລະ​ການ​ກະທຳ​ຂອງ​ຕົນ ທັງ​ຢຸດການ​ອອກ​ຖະ​ແຫຼ​ງການ​ທີ່​ຜິດພາດ ​ເພື່ອ​ຫຼີ​ກ​ເວັ້ນບໍ່​ໃຫ້​ບັນຫາ​ທີ່​ກ່ຽວຂ້ອງ​ສັບສົນ​ຂຶ້ນ ​ແລະ​ສົ່ງ​ຜົນ​ສະທ້ອນ​ທາງ​ລົບສູ່​ສັນຕິພາບ​ແລະ​ສະ​ເຖຍ​ລະ​ພາບ​ຂອງ​ພາກ​ພື້ນ.

ກ່ຽວ​ກັບ​ບັນຫາ​ທະ​ເລ​ຈີນ​ໃຕ້, ທ່ານ​ເກິ​ງສວາງ​​ເນັ້ນ​ວ່າ: ຈີນ​ເດັດ​ດ່ຽວ​ ​ຮ່ວມ​ກັບປະ​ເທດ​ກ່ຽວຂ້ອງ​ໂດຍ​ກົງ​ແກ້​ໄຂ​ຂໍ້​ຂັດ​ແຍ້​ງດ້ວຍ​ສັນຕິ​ວິທີ ​ແລະ​ຮ່ວມ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະ​ເຖຍ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີ​ນ​ໃຕ້. ຂະນະ​ທີ່​ໄດ້ມີ​ບາງ​ປະ​ເທດ​ສົ່ງ​ເຮືອບິນ​​ແລະ​ກຳ​ປັ່ນ​ຮົບ​ໄປ ​ທະ​ເລ​ຈີນ​ໃຕ້​ເພື່ອ​ສະ​ແດງ​ກຳລັງ​ການ​ສູ້​ຮົບ ຫຼື​ຍຸ​ແຍ່ການ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ກ່ຽວຂ້ອງ ​ເຊິ່ງນີ້ຄືປັດ​ໄຈສຳຄັນທີ່​ຈະຊຸກຍູ້​ບັນຫາ​ທະ​ເລ​ຈີນ​ໃຕ້​ນຳ​ໄປ​ສູ່​ການ​ໃຊ້​ກຳລັງການ​ທະຫານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ