ຊາຍ​ອາ​ເມ​ລິ​ກາ​ສ້າງ​ສະຖິຕິ​ໂລກ​ເອົາ​ຫົວ​ຕອກ​ຕະປູ
2017-02-14 16:25:13  cri 

ສື່​ຕ່າງປະ​ເທດ​ລາຍ​ງານ​ວ່າ: ​ກ່ອນ​ໜ້າ​ນີ້​ບໍ່​ດົນ, ທ້າວ ຈອນ ​ເຮ​ເຣ​ໂຣ ຊາວ​ເມືອງ​ປໍ​ສຕັນ​ສະຫະລັດ​ອາ​ເມ​ລິ​ກາ​ໄດ້​ເອົາ​ຫົວຂອງ​ຕົນ​ໃຊ້​ຕາງ​ຄ້ອນ​ຕອກ​ຕະປູ​​ໃສ່​ແປ້ນ​ໄມ້​ໜາ​ໄດ້ 38 ດອກພາຍ​ໃນ​ເວລາ 2 ນາທີ ​ເຊິ່ງຜົນງານ​ດັ່ງກ່າວ​ໄດ້ສ້າງ​ສະຖິຕິ​ໂລກ​ກິ​ເນັສບຸກ.


ຂ່າວ​ແຈ້ງວ່າ: ການ​ທີ່ທ້າວ​ຈອນ​ມີ​ຄວາມ​ສາມາດ​ພິ​ເສດ​ແບນ​ນີ້​ກໍ​ເນື່ອງ​ຈາກ​ວ່າ​ມີກະ​ໂຫຼ​ກຫົວໜາ​ຜິດ​ປົກກະຕິ​ເຊິ່ງໜາ​​ເຖິງ 16 ມິ​ລິ​ແມັດ, ສ່ວນ​ຄົນ​ທຳ​ມະ​ດາ​ສະ​ເລ່ຍໜາ​ພຽງ​ແຕ່ 6,5 ມິ​ລິ​ແມັດ​ເທົ່າ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ