ຟິລິບ​ປິນປາບ​ປາມ​ການຫຼິ້ນພະນັນ​ຢ່າງຮອບດ້ານ
2017-02-14 15:49:45  cri 

ໜັງສືພິມ "ມະ​ນີລາ​ທາມ​ສ໌" ຂອງ​ຟິລິບ​ປິນສະບັບ​ວັນ​ທີ 13 ກຸມພາ​ນີ້​ລາຍ​ງານ​ວ່າ, ທ່ານ​​ເດ​ລາ ​ໂຣຊາ ຜູ້​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ ຢືນຢັນ​ໃນ​ວັນ​ດັ່ງກ່າວ​ວ່າ: ​ເຈົ້າໜ້າ​ທີ່​ຕຳຫຼວດຈະ​ປາບ​ປາມ​ການຫຼິ້ນພະນັນ​​ທີ່ຜິດ​ກົດໝາຍ​ທຸກ​ຮູບ​ແບບຢ່າງ​ເຂັ້ມງວດ ​ໂດຍ​ປະຕິບັດ​ຕາມ​ດຳລັດ​ຂອງປະທານາທິບໍດີ​ເລກທີ 13 ​ແລະ ຖ້າວ່າ​ປ່ອຍປະ​ລະ​ເລີຍຕໍ່ການຫຼິ້ນພະນັນທີ່​ຜິດ​ກົດໝາຍ ​​​ຈະ​ເຮັດ​ໃຫ້​ເກີດ​ການ​ສໍ້​ລາດ​ບັງຫຼວງ ​​ແລະ​ຫັນ​ໄປ​ສູ່​ການ​ກະທຳ​ຜິດ​​​ມີ​ການຈັດຕັ້ງ​ໃນ​ຮູບ​ແບບ​ອື່ນ ​​ເຊັ່ນ ການ​ຄ້າ​ຢາ​ເສບ​ຕິດ, ການ​ຟອກ​ເງິນ ​ແລະ ການ​ລັກ​ພາ​ຕົວ​ເຫຼົ່ານີ້​ເປັນຕົ້ນ.

​ດຳລັດ​ດັ່ງກ່າວລະບຸ​ວ່າ, ຖ້າວ່າ​ຫົວໜ່ວຍ​ເປີດ​ບໍລິການຫຼິ້ນພະນັນ​ບໍ່​ໄດ້​ຮັບ​ການ​ມອບ​ສິດ ຫຼື ​ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ​ຈາກ​ລັດຖະບານ​ກ່ອນ ກໍ​ຈະ​ຖືວ່າ​ເປັນ​ການຫຼິ້ນພະນັນ​ຜິດ​ກົດໝາຍ. ຂະນະ​ທີ່​ຜູ້​ປະກອບ​ການຫຼິ້ນພະນັນທາງ​ອອນ​ລາຍ​ກໍ​ບໍ່​ສາມາດ​ດຳ​ເນີນ​ທຸລະ​ກິດ​ຢູ່​ນອກ​ຂອບເຂດການ​ອະນຸຍາດ​ໄດ້​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ