ກຽມ​ຖ່າຍ​ທຳ​ຮູບ​​ເງົາ​ເລື່ອງ "ຜູ້​ເສຍ​​ໄຊ​ເປັນ​ເຈົ້າ" ຂອງ​​ ລີ​ຈົງ​ເວີຍ
2017-02-14 16:46:13  cri 
    ຕາມ​ຂ່າວສານ​ຈີນ: ກ່ອນ​ໜ້າ​ນີ້​ບໍ່​ດົນ ​ໄດ້​ກະກຽມ​ຖ່າຍ​ທຳ​ຮູບ​ເງົາ​ເລື່ອງ "ຜູ້​ເສຍ​​ໄຊ​ເປັນ​ເຈົ້າ" ​ເຊິ່ງ​ເປັນ​ເລື່ອງທີ່​ບັນທຶກ​ຊີວະ​ປະຫວັດ​ຂອງ ລີ​ຈົງ​ເວີຍ ນັກ​ກິລາ​ດອກ​ປີກ​ໄກ່​ຜູ້​ມີ​ຊື່​ສຽງ​ຂອງ​ມາ​ເລ​ເຊຍ ​ເຊິ່ງຮູບ​ເງົາ​ເລື່ອງ​ນີ້​ກຳ​ກັບ​ການສະ​ແດງ​ໂດຍທ່ານ ​ແທງ​ບີ ຜູ້​ກຳກັບການສະ​ແດງ​ໜຸ່ມ​ຂອງ​ມາ​ເລ​ເຊຍ​.

    ສຳລັບ​ປະຫວັດ​ການ​ແຂ່ງຂັນຜ່ານ​ມາ, ລີ​ຈົງ​ເວີຍ ​ໄດ້​ພົບກັບ​ນັກ​ກິລາ​ດີ​ເດັ່ນ​ລະດັບ​ໂລກ​ບໍ່​ໜ້ອຍ ​​ໂດຍ​ສະ​ເພາະ​ໄດ້ແຂ່ງຂັນ​ກັບ ລິນ​ຕ່າ​ນ ນັກ​ກິລາ​ຈີນ ທີ່​ສາມາດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ໂລກ. ​​ເມື່ອ​ຖາມ​ວ່າ​ຈະ​ໃຫ້​ນັກ​ກິລາ​ຜູ້​ດີ​ເດັ່ນ​ເຫຼົ່ານີ້​ມາສະ​ແດງຫຼືບໍ່​ນັ້ນ, ທ່ານ ​ແທງ​ບີ ກ່າວ​ວ່າ, ທັງ​ນີ້ ຕ້ອງ​ເບິ່ງ​ການກຳນົດເນື້ອ​ເລື່ອງ​ຮູບ​ເງົາ​ໃນ​ຂັ້ນສຸດ​ທ້າຍ ​ແລະ​ຫວັງ​ວ່າ ຈະ​ສາມາດ​ສ່ອງ​ແສງໃຫ້​ເຫັນ​ເຖິງ​ຊີວິດ​ກາ​ນ​ເປັນ​ຢູ່​ແລະ​ຊີວະ​ປະຫວັດ​ກໍ​ຄື​ຄວາມບາກ​ບັ່ນ​ສູ້​ຊົນ​ທີ່​​ແທ້​ຈິງ​ຂອງ ລີ​ຈົງ​ເວີຍ. ​ແນວ​ໃດ​ກໍ​ດີ, ຖ້າ​​ຈຳ​ເປັນ ກໍ​ຈະ​ເຊີນ​ນັກ​ກິລາ​ລະດັບ​ໂລກ​ເຫຼົ່ານີ້​ເຂົ້າຮ່ວມສະ​ແດງນຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ