CRIລົງ​ນາມ​ສັນຍາ​ຮ່ວມ​ມື​ກັບ​ສື່​ທາງ​ການ​ຟີ​ລິບ​ປິນ​
2017-02-15 16:18:22  cri 

​ທ່ານ​ໂນ​ເອນ ປູ​ຢັດ ຮອງຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ​ທຳນຽບປະທານາທິບໍດີ​ຟີ​ລິບ​ປິນ(ຊ້າຍ)ແລະທ່ານຫວາງເກິ່ງນຽນຮ່ວມລົງນາມສັນຍາ

ພະ​ແນ​ກຖະ​ແຫຼງຂ່າວ​ທຳນຽບປະທານາທິບໍດີ​ຟີ​ລິບ​ປິນ​ແລະ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຫຼືCRI ​ໄດ້ຮ່ວມລົງ​ນາມ​ສັນຍາ​ຮ່ວມ​ມືລະຫວ່າງ​ສື່​ມວນ​ຊົນ​ຈີນ-ຟີ​ລິບ​ປິນຢູ່​ນະຄອນຫຼວງ​ມະ​ນີລາ​ໃນ​ວັນ​ທີ 14 ກຸມພາ​ນີ້​ໂດຍ​ທ່ານ​ຫວາງ​ເກິ່ງ​ນຽນ ຜູ້ອຳນວຍການ​ໃຫຍ່ CRI ຕາງໜ້າ​ໃຫ້​ວິທະຍຸ​ຕົນ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມືກັບ​ພະ​ແນ​ກຖະ​ແຫຼ​ງຂ່າວ​ທຳນຽບປະທານາທິບໍດີ​ຟີ​ລິບ​ປິນ,ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ​ຟີ​ລິບ​ປິນ,​ໂທລະ​ພາບ​ປະຊາຊົນ​ຟີ​ລິບ​ປິນ​ແລະ​ຂ່າວສານ​ຟີ​ລິບ​ປິນ ​ເຊິ່ງການ​ລົງ​ນາມ​ດັ່ງກ່າວ​ເປັນ​ໝາກຜົນ​ຕົວ​ຈິງ​ປະການ​ທຳ​ອິດຂອງ​ການ​ຮ່ວມ​ມືລະຫວ່າງ​ສື່​ທາງ​ການສອງ​ປະ​ເທດ​ຫຼັງ​ທ່ານ​​ໂຣ​ດຣີ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນຢ້ຽມຢາມ​ຈີນ​ເມື່ອ​ປີຜ່ານມາ.

ທ່ານ​ຫວາງ​ເກິ່ງ​ນຽນ​ກ່າວ​ວ່າ: ການ​ກະຈາຍສຽງ​ພາສາ​ຟີ​ລິບ​ປິນຂອງCRIຜ່ານ​ໄລຍະ​ທາງມາ​ແລ້ວ 52 ປີ​​ເຊິ່ງຖື​ວ່າ ​ເປັນ​ສື່​ທາງ​ການ​ພຽງ​ແຫ່ງ​ດຽວ​ໃນ​ໂລກ​ທີ່​ນຳ​ສະ​ເໜີ​ຂໍ້​ມູນ​ຂ່າວສານ​​ເປັນ​ພາສາ​ຟີ​ລິບ​ປິນຢູ່​ປະ​ເທດ​ດັ່ງກ່າວ. ສື່​ມວນ​ຊົນ​ຈີນ-ຟີ​ລິບ​ປິນຕ່າງ​ກໍມີ​ເຈຕະນາ​ແຮງ​ກ້າ​ໃນ​ການ​ຮ່ວມ​ມື ​ແລະ​ການ​ເພີ່​ມທະວີ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ອັນເປັນ​ຜົນ​​ແນ່ນອນ​ຈາກ​ການ​ຂະ​ຫຍາຍຕົວ​ຂອງ​ສາຍ​ພົວພັນລະຫວ່າງ​ສອງ​ປະ​ເທດ. ​ແນວ​ໃດ​ກໍ​ດີ, ຫຼັງ​​ລົງ​ນາມແລ້ວ,ສອງ​ຝ່າຍ​ຈະ​ຮ່ວມ​ມື​ກັນ​ຫຼາຍ​ດ້ານ​ເປັນ​ຕົ້ນ ການ​​ສະໜອງ​ຂໍ້​ມູນ​ຂ່າວສານ,ການ​ແລກປ່ຽນການ​ຢ້ຽມຢາມ​ກັນ​ຂອງ​ບຸກຄະລາ​ກອນ, ການ​ແລກປ່ຽນ​ວິຊາ​ການ​,ການ​ຮ່ວມ​ກັນ​ຈັດ​ທຳລາຍ​ການ ​ແລະ​ອື່ນໆ.

​ທ່ານ​ໂນ​ເອນ ປູ​ຢັດ ຮອງຫົວໜ້າ​ພະ​ແນ​ກຖະ​ແຫຼ​ງຂ່າວ​ທຳນຽບປະທານາທິບໍດີ​ຟີ​ລິບ​ປິນຢືນຢັນໃນ​ພິທີ​ດັ່ງກ່າວ​ວ່າ:ພະ​ແນ​ກຂອງ​ຕົນ​ສະ​ແດງ​ຄວາມຍ້ອງຍໍ​ຊົມ​ເຊີຍ​ໃນ​ລະດັບ​ສູງ​ຕໍ່​ວິທະຍຸCRI​ທີ່​ໄດ້ສຸມ​ທຸກຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ສອງ​ປະ​ເທດ ​ແລະ​ຫວັງ​ວ່າ​ຈາກ​ການ​ຮ່ວມ​ມື​ກັບCRI ຈະ​ເຮັດ​ໃຫ້​ຊາວ​ຟີ​ລິບ​ປິນ​ຮູ້ວັດທະນະທຳ​ຈີນ ​ແລະ​ຊາວ​ຈີນ​ຮູ້​ວັດທະນະທຳ​ຟີ​ລິບ​ປິນ​​ໄດ້​ຫຼາຍ​ກວ່າ​ເກົ່າ​.

1 2 3 4
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ