ເນ​ປານ​​ເຫັນຈີນ​ຊ່ວຍ​ພິມ​ທະ​ນາ​ບັດ ສາມາດ​ປະຢັດໄດ້ຫຼາຍລ້ານ​ໂດ​ລາ
2017-02-15 15:18:46  cri 

​ ທະນາຄານ​ກາງ​ເນ​ປານ​ໄດ້​ຮັບ​ທະ​ນາ​ບັດໃບ​ໜຶ່ງພັນຣູປີງວດ​ທຳ​ອິດ 24 ລ້ານ​ໃບ​ຈາກ​ບໍລິສັດ​ຜະລິດ​ທະ​ນາ​ບັດ​ແລະ​ເງິນຫຼຽນຈີນເມື່ອ​ບໍ່​ດົນ​ນີ້, ຂະນະ​ທີ່​ທ່ານ​ພຸ​ບັນ ກາ​ເດ​ວ ຜູ້​ວ່າການ​ບໍລິຫານ​ງານ​ທະນາຄານ​ກາງ​ເນ​ປານ ກ່າວ​ວ່າ: ທະ​ນາ​ບັດ​ທີ່​ບໍລິສັດ​ຈີນ​ພິມ​​ທັງ​ງາມ​ທັງ​ລາຄາ​ຖືກ ທັງສາມາດ​ປະຢັດ​ຕົ້ນທຶນ​ການ​ພິມ​ໄດ້​ເກືອບ 50%.

​ເດືອນ​ທັນວາ​ປີຜ່ານມາ, ວິ​ສາ​ຫະກິດ​ຈີນ​ໄດ້​ເຊັນ​ສັນຍາກັບ​ເນ​ປານ​ເພື່ອ​ພິມ​​ທະ​ນາ​ບັດ​ໃບ​ໜຶ່ງ​ພັນຣູປີ​ໃຫ້​ແກ່​ປະ​ເທດ​ດັ່ງກ່າວ. ຂະນະ​ທີ່​ປັດຈຸບັນ, ທະ​ນາ​ບັດ​ງວດ​ທຳ​ອິດ 84 ລ້ານ​ໃບ ​ກຳລັງ​ຂົນ​ສົ່ງ​​ໃຫ້​ເນ​ປານ ​ແລະ ​ເນ​ປານ​ກໍ​ໄດ້​ຮັບ 24 ລ້ານ​ໃບ​ກ່ອນແລ້ວ.

ຂ່າວ​ແຈ້ງວ່າ, ກ່ອນ​ໜ້າ​ນີ້, ​ເນ​ປານ​ໄດ້​ມອບ​​ໃຫ້​ບໍລິສັດ​ອິນ​ໂດ​ເນ​ເຊຍ, ຝຣັ່ງ ​ແລະ ອົສຕຣາລີ​ພິມ​​ທະ​ນາ​ບັດ​ມາ​ໂດຍ​ຕະຫຼອດ ​ແລະ ​ເມື່ອ​ເດືອນ​ມິຖຸນາ​ປີຜ່ານມາ, ຫຼັງຈີນ​ແລະ​ເນ​ປານ​ໄດ້​ຮ່ວມ​ມື​ເປັນຄັ້ງທຳ​ອິດ ​ກໍ​ໄດ້​ມອບ​ໃຫ້​ວິ​ສາ​ຫະກິດ​ຈີນ​ຊ່ວຍ​ພິມ​​ເງິນຣູປີ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ