ນັກ​ທ່ອງ​ທ່ຽວ​ຈີນ​ແລະຣັດ​ເຊຍຈະໄປ​ທ່ຽວ​ເກາະ​ພູ​ເກັດ​ປະ​ເທ​ດ​ໄທ​​ເພີ່ມ​ຂຶ້ນ
2017-02-15 16:37:25  cri 

ໜັງສືພິມ "ບາງກອກ​ພົສ" ສະບັບ​ວັນ​ທີ 13 ກຸມພາ​ນີ້​ລາຍ​ງານ​ວ່າ, ຜົນການ​ສຳຫຼວດຂະ​ແໜງ​ການທ່ອງ​ທ່ຽວໄທ​ພົບ​ວ່າ ນັກ​ທ່ອງ​ທ່ຽວ​ຈີນ​ແລະຣັດ​ເຊຍ​​ຈະ​ໄປ​ທ່ຽວ​​ເກາະ​ພູ​ເກັດເພີ່ມ​ຂຶ້ນ.

ຂ່າວ​ແຈ້ງວ່າ, ​ເນື່ອງ​ຈາກ​ເງິນຣຸບຣັດ​ເຊຍ​ແຂງ​ຄ່າກວ່າ​ເງິນ​ບາດ ບວກ​ໃສ່ສະຖານະ​ການ​ຢູ່ເຂດ​ຕາ​ເວັນ​ອອກ​ກາງ​ປັ່ນ​ປ່ວນ​ວຸ້ນວາຍ ຈຶ່ງ​ເຮັດ​ໃຫ້ນັກ​ທ່ອງ​ທ່ຽວຣັດ​ເຊຍ​ໄປ​ທ່ຽວ​ເກາະ​ພູ​ເກັດ​ເພີ່ມ​ຂຶ້ນ 51% ​ເມື່ອ​ທຽບ​ໃສ່​ປີຜ່ານມາ ​ແລະ​ໄດ້​ເຂົ້າສູ່​ລະດັບ​ປົກກະຕິ​ໃນຫຼາຍປີຜ່ານມາ. ຂະນະ​ທີ່​ໃນຕົ້ນປີ​ນີ້​ ນັກ​ທ່ອງ​ທ່ຽວ​ຈີນ​ກໍ​ເດີນທາງໄປ​ທ່ຽວ​ເກາະ​ພູ​ເກັດ​ເໝືອນ​ດັ່ງ​ຜ່ານ​ມາ ຫຼັງ ລັດຖະບານ​ໄທ​ຫຼຸດຜ່ອນ​ການສະກັດ​ກັ້ນການຈັດ​ຄະນະ​ທ່ອງ​ທ່ຽວ​ຊາວຈີນ​ແບບ​ບໍ່​ເກັບ​ຄ່າ​ລົງ.
ຂ່າວ​ແຈ້ງ​ຕື່ມ​ວ່າ, ​ ​ປີຜ່ານມາ, ​ສະໜາມ​ບິນ​​ເກາະ​ພູ​ເກັດ​ໄດ້ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ເຖິງ 18% ຫຼື ຫຼາຍກວ່າ 7 ລ້ານ 5 ​ແສນ​ເທື່ອ​ຄົນ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ