ອາຊຽນຫາລື​ການ​ຮ່ວມ​ມື​ດ້ານ​ຊັບ​ສິນ​ທາງ​ປັນຍາ
2017-02-15 16:39:33  cri 
ໃນ​ວັນ​ທີ 14 ກຸມພາ 2017 ທີ່​ນະຄອນຫລວງ​ວຽງຈັນ, ທ່ານ​ນາງ​ອາຣີນາ ຢູ່​ຊ໋ອບ ຄານ, ປະທານ​ໜ່ວຍ​ງານ​ຮ່ວມ​ມື​ດ້ານ​ຊັບ​ສິນ​ທາງ​ປັນຍາ​ໄດ້​​ເປັນ​ປະທານ​ກອງ​ປະຊຸມ​​ໜ່ວຍ​ງານ​ຮ່ວມ​ມືທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາ​ອາຊຽນ (AWGIPC) ຄັ້ງທີ 52, ​ໂດຍ​ມີ​ຜູ້​ແທນ​ຈາກ 10 ປະ​ເທດ​ອາຊຽນ ​ແລະ ຍີ່​ປຸ່ນ​ ເຂົ້າ​ຮ່ວມ.

ທ່ານ ຫຸມພັນ ອິນທະຣາດ, ຮອງ​ລັດຖະມົນຕີ ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ກ່າວໃນ​ກອງ​ປະຊຸມ​ດັ່ງກ່າວວ່າ: ອາ​ຊຽນຈະ​ບັນລຸ​ເປົ້າ​ໝາຍ​ກາຍ​ເປັນ​ສູ​ນກາງທາງ​ຊັບ​ສິນ​ທາງ​ປັນຍາ, ​ໂດຍ​ຜ່ານ​ການ​ປະຕິບັດ​ 19 ​ໂຄງການ​ໃນ​ແຜນ​ປະຕິບັດ​ງານ 2016-2025 ​ໂດຍ​ໃນ 10ປີຕໍ່​ໜ້າ. ​ແຜນ​ປະຕິບັດ​ງານ​ດັ່ງ​ກ່າວ​ນີ້, ​ຈະ​ເຮັດ​ໃຫ້ການ​ຈົດ​ທະບຽນ​ຊັບ​ສິນ​ທາງ​ປັນຍາ, ​ໂດຍ​ສະ​ເພາະ​ເຄື່ອງໝາຍ​ການ​ຄ້າ​ໃນ​ອາ​ຊຽນຈະ​ກົມກຽວ​ກັນ​, ພ້ອມ​ທັງ​ຈະປັບປຸງ​ຂັ້ນ​ຕອນ​ການ​ຈົດ​ທະບຽນ​​ໃຫ້​ງ່າຍ​ຂຶ້ນ ​ແລະ ສ້າງ​ກົນ​ໄກ​ການ​ສົ່ງ​ເສີມ​ການ​ອໍາ​ນວຍ​ຄວາມ​ສະດວກ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ປັບປຸງ​ວຽກ​ງານ​ການ​ບັງຄັບ​ໃຊ້​ສິດທາ​ງດ້ານ​ຊັບ​ສິນ​ທາງ​ປັນຍາ.

ກອງ​ປະຊຸມ​ດັ່ງ​ກ່າວ, ຈະ​ໄດ້​ຮ່ວມຫາລື​ກັນເພື່ອ​ຮັບປະກັນໃຫ້​​ແກ່​ການຈັດ​ຕັ້ງປະຕິບັດ ບັນດາ​ໂຄງການ​ໃໝ່, ​ເປັນ​ຕົ້ນ​ການ​ສ້າງ​ຕັ້ງ​ ເຄື່ອຂ່າຍ​ຊັບ​ສິນ​ທາງ​ປັນຍາ​ອາ​ຊຽນ, ການ​ສ້າງ​ສູນ​ບໍລິການ​ໃຫ້​ຄຳ​ປຶກສາ​ທາງ​ອອນ​ລາຍ, ສົ່ງ​ເສີມ​ກົນ​ໄກ​ການ​ປົກ​ປ້ອງ​ແຫ​ລ່ງພັນທຸ​ກຳ, ພູມ​ປັນຍາ​ທ້ອງ​ຖິ່ນ, ການສະ​ແດງ​ອອກ​ທາງ​ດ້ານ​ວັດທະນະທຳ​ດັ້ງ​ເດີມ, ການ​ປັບປຸງ​ການ​ບໍລິການ ການ​ປົກ​ປ້ອງ​ເຄື່ອງໝາຍ​ການ​ຄ້າ​, ສືບ​ຕໍ່ອຳນວຍ​ຄວາມ​ສະດວກ​ ໃຫ້​ບັນ​ດາ​ຊ່ຽວຊານທາງ​ດ້ານ​ຊັບ​ສິນ​ທາງ​ປັນຍາ ​ແລກປ່ຽນ​ບົດຮຽນ​, ວິ​ທີ​ການ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​ຕ່າງໆ​ ​ອາ​ຊຽນ ກຳລັງ​ປະ​ເຊີນ ​ແລະ ຮ່ວມ​ມື​ກັນ ​ເພື່ອສ້າງ​ຄວາມ​ກົມ​ກຽວ​ກັນ​ໃນ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ