ສປປ ​ເກົາຫຼີ​ຄັດຄ້ານ​ຖະ​ແຫຼ​ງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ
2017-02-16 16:30:48  cri 
​ໂຄ​ສົກ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ​ກ່າວ​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ,​ ຄັດຄ້ານ​ຖະ​ແຫຼ​ງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດທີ່ກ່າວ​ປະນາມປະ​ເທດ​ຕົນ​ຍິງ​ຂີ​ປະ​ນາ​ວຸດ​ອີກ​ເທື່ອ​ໜຶ່ງ,​ ​ແລະ​ເນັ້ນ​ວ່າປະ​ເທ​ດຕົນ​ຍົກລະດັບກຳລັງ​ສູ້​ຮົບ​ນິວ​ເຄຼຍສູງ​ຂຶ້ນ​ແມ່ນມາດ​ຕະການ​ປ້ອງ​ກັນ​ປະ​ເທດ​ເພື່ອ​ຮັບ​ມື​ກັບ​ການ​ຂົ່ມຂູ່ຈາກ​ສົງຄາມ​ນິວ​ເຄຼຍຂອງ​ອາ​ເມ​ລິ​ກາ​ແລະປະ​ເທດ​ພັນທະ​ມິດ​ທັງ​ເປັນ​ການປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ​ຂອງ​ຊາດ​ແລະ​ສິດ​ດຳລົງ​ຢູ່​ຂອງ​ຊົນ​ຊາດ, ​ກໍ​ຄື​ການ​ຮັບປະກັນ​ສັນຕິພາບຂອງ​ແຫຼມ​ເກົາຫຼີ​ແລະ​ສະຖຽນ​ລະ​ພາຍ​ຂອງພາກ​ພື້ນ.

ຂ່າວ​ແຈ້ງວ່າ,​ ສປປ ​ເກົາຫຼີ​ບໍ່​ຮັບຮອງ​ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວທີ່​ກ່ຽວ​ພັນ​ເຖິງ​ອາວຸດ​ນິວ​ເຄຼຍຂອງ​ປະ​ເທດ​ຕົນ, ​ແລະ​ໃນ​ຕໍ່ໜ້າ​ກໍ​ຈະ​ບໍ່​ຮັບຮອງ​ ​ຢ່າງ​ເດັດຂາດ.

ກ່ອນ​ໜ້າ​ນີ້​ຄືວັນ​ທີ 13 ກຸມພາ​ນີ້,​ ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​​ໄດ້ອອກ​ຖະ​ແຫຼ​ງການ,​ ກ່າວ​ປະນາມ ສປປ ​ເກົາຫຼີ​ຢ່າງຮຸນ​ແຮງ​ທີ່​ຍິງ​ຂີ​ປະ​ນາ​ວຸດ​ອີກ​ເທື່ອ​ໜຶ່ງ, ​ແລະ​ເຕືອນ​ໃຫ້ ສປປ ​ເກົາຫຼີ​ຢຸດ​ການ​ກະທຳລັກສະນະ​ນີ້​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ