ປີຜ່ານມາ​ຈີນ​ໄດ້​ຫຼຸດ​ໜີ້​ສິນ​ອາ​ເມ​ລິ​ກາ 187,7 ຕື້​ໂດ​ລາ​ສະຫະລັດ
2017-02-16 16:32:04  cri 
ກະຊວງ​ການ​ເງິນອາ​ເມ​ລິ​ກາ​ເປີດ​ເຜີຍ​ໃນ​ວັນ​ທີ 15 ກຸມພາ​ນີ້​ວ່າ: ​​ໃນ​ເດືອນ​ທັນ​ວາ​ປີ 2016, ຈີນ​ເພີ່ມ​ທະວີ​​ການ​ຮັບໜີ້​ສິນ​ອາ​ເມ​ລິ​ກາ 9,1 ຕື້​ໂດ​ລາ​ສະຫະລັດ​ທຽບ​ໃສ່​ເດືອນ​ພະຈິກ, ​ແຕ່​ຖ້າ​ທຽບ​ໃສ່​ໄລຍະ​ດຽວ​ກັນ, ຈີນ​ຫຼຸດ​ໜີ້​ສິນ​ອາ​ເມ​ລິ​ກາ​ເຖິງ 187,7 ຕື້​ໂດ​ລາ​ສະຫະລັດ ​ເ​ຊິ່ງກາຍ​ເປັນ​ປະ​ເທດ​​ເຈົ້າ​ໜີ້​ໃຫຍ່​ທີ່​ສຸດ​ອັນ​ດັບ​ທີ​ສອງ​ຂອງ​ອາ​ເມ​ລິ​ກາ.

ລັດຖະບານ​ຈີນ​ຊີ້ໃຫ້​ເຫັນ​ວ່າ: ຕະຫຼາ​ດໜີ້​ສິນ​ຂອງ​ອາ​ເມ​ລິ​ກາ​ເປັນ​ຕະຫຼາດ​ທີ່​ສຳຄັນ​ຕໍ່​ປະ​ເທດ​ຈີນ, ບໍ່​ວ່າການ​ຫຼຸດ​ລົງ ຫຼື​ເພີ່ມ​ທະວີການ​ຮັບ​ໜີ້​ສິນ ກໍ​​ເປັນການ​ລົງ​ທຶນ​ປົກກະຕິ, ຈີນ​ຈະ​ສຸມ​ໃສ່ປັບປຸງ​​ຕາມ​ການ​ປ່ຽນ​ແປງ​ຕ່າງໆ​ຂອງ​ຕະຫຼາດ​ໃຫ້​ດີ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ