​ຮົງ​ກົງ​ເປັນກຸ່ມ​ເສດຖະກິດ​ທີ່​ມີ​​ເສລີພາບ​ທີ່​ສຸດ​​ໃນ​ທົ່ວ​ໂລກ 23 ປີ​ຊ້ອນ
2017-02-16 16:11:30  cri 
ຕາມ​ຂ່າວສານ​ຈີນ: ຮົງ​ກົງ​ເປັນກຸ່ມ​ເສດຖະກິດ​ທີ່​ມີ​ເສລີພາບ​ທີ່​ສຸດ​​ໃນ​ທົ່ວ​ໂລກ​ 23 ປີຊ້ອນ ໂຄສົກ​ອຳນາດ​ການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ, ຫຼັກການ​ຕະຫຼາດ​ເສລີ​ເປັນ​ພື້ນຖານ​ແຫ່ງ​ຄວາມ​ຈະ​ເລີ​ນທາງ​ເສດຖະກິດ​ຂອງ​ຮົງ​ກົງ ​ເຊິ່ງອຳນາດ​ການ​ປົກຄອງ​ຕົນຈະ​ສືບ​ຕໍ່​ປະຕິບັດ​ຫຼັກ​ການດັ່ງກ່າວ ​ເພື່ອ​ຮັກສາ​ຄວາມ​ສາມາດ​ແກ້ງ​ແຍ້ງ​ຕະຫຼາດ.

ກອງ​ທຶນ​ດັ້ງ​ເດີມ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ "ດັດ​ຊະ​ນີ​ເສລີພາບ​ທາງ​ເສດຖະກິດ" 2017 ​ໃນ​ວັນ​ທີ 15 ກຸມພາ ​ໂດຍ​ຊີ້​ອອກ​ວ່າ, ປີ​ນີ້​ຮົງ​ກົງ​ໄດ້​ 89,8 ​ຄະ​ແນນ (0 ຫາ 100 ​ຄະ​ແນນ, 100 ​ຄະ​ແນນ​ແມ່ນ​ຄະ​ແນນ​ເຕັມ), ​ເມື່ອ​ທຽບ​​ໃສ່​ບົດ​ລາຍ​ງານ​ປີ​ຜ່ານ​ມາແລ້ວ​​ເຫັນ​ວ່າ​ສູງ​ຂຶ້ນ 1,2 ​ຄະ​ແນນ​, ​ແລະ​ສູງ​ກວ່າ​ລະດັບ​ສະ​ເລ່ຍຂອງ​ທົ່ວ​ໂລກຢ່າງ​ຫຼວງຫຼາຍ ຄື 60,9 ​ຄະ​ແນນ, ພາຍຫຼັງ​​ຕົກ​ຕ່ຳລົງ​ເປັນ​ເວລາສອງ​ປີ​ແລ້ວ ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ອີກ ​ແລະ​ສູງ​ກວ່າ​ສິງກະ​ໂປ ຄື​ເປັນ​ທີ​ສອງນັ້ນ​ ​​ຫຼາຍ​ກວ່າ​ເກົ່າ​.
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ