ຈະພິຈາລະນາຄະດີ​ປະທານາທິບໍ​ດີ​ສ ​ເກົາຫຼີ​ຄັ້ງ​ສຸດ​ທ້າຍ​ໃນ​ວັນ​ທີ 24 ກຸມພາ​ນີ້
2017-02-17 16:24:19  cri 
ທ່ານ​ນາງ​ລີ​ຈຸ​ງ​ມີ ວ່າການ​ແທນ​ປະທານ​ສານ​ລັດຖະທຳ​ມະນູນ​ສ​ເກົາຫຼີ​ປະກາດ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ: ການ​ພິຈາລະນາ​ຄະດີ​ປະທາ​ນາ​ທິບໍດີສ​ເກົາຫຼີຄັ້ງສຸດ​ທ້າຍ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ ວັນ​ທີ 24 ກຸມພາ​ນີ້​​ໂດຍ​ທັງຝ່າຍ​​ໂຈດແລະ​ຝ່າຍຈຳ​ເລີຍຕ້ອງ​ຍື່ນ​​ເອກະສາ​ນສະ​ແດງ​ຈຸດ​ຢືນຂອງຕົນ​ກ່ອນ​ວັນ​ທີ 23 ກຸມພາ​ນີ້.

ອີກ​ດ້ານ​ໜຶ່ງ, ທ່ານ​ລີ​ຄຸຍ​ຊົນ ​ໂຄສົກ​ຄະນະ​ໄອ​ຍະ​ການ​ພິ​ເສດ​ທີ່​ຊີ້​ນຳ​ການ​ສືບສວນ​ເຫດການ "ຄົນ​ໃກ້ຊິດ​ແຊກ​​ແຊງ​ວຽກ​ງານ​ລັດ"ກໍ​ຢືນຢັນ​ໃນ​ວັນ​ທີ 16 ກຸມພາ​ນີ້​ວ່າ: ​ເນື່ອງ​ຈາກ​​ເປົ້າ​ໝາຍ​ການ​ສືບສວນ​ຄະດີ​ດັ່ງກ່າວ​ມີ​ຫຼາຍຈິ່ງ​ຍາກ​ທີ່​ຈະເຮັດ​ໃຫ້ການ​ສືບສວນ​ສຳ​ເລັດກ່ອນ​ເວລາ​ຊີ້​ຂາດ. ດ້ວຍ​ເຫດ​ນີ້, ຄະນະ​ໄອ​ຍະ​ການ​ຈິ່ງ​ຂໍ​ຮ້ອງ​ທ່ານ​ຮວງ​ກຽວ​ອັນ ນາຍົກລັດຖະມົນຕີທີ່ປະຕິບັດ​ສິດ​ແທນ​ຕຳ​ແໜ່​ງປະທານາທິບໍດີແກ່ຍາວ​ເວລາ​ການ​ສືບສວນ​ຕື່ມ​ອີກ 30 ວັນ​ແລະທ່ານ​ຮວງ​ກຽວ​ອັນ​ກໍຢືນຢັນ​ວ່າ​ຈະ​ພິຈາລະນາ​ບັນຫາ​ນີ້, ​ແຕ່​ຈະ​ອະນຸ​ຍາດ​ໃຫ້​ແກ່ຍາວ​ຕາມ​ການ​ຮ້ອງ​ຂໍ​ຫຼື​ບໍ່ນັ້ນ​ຍັງບໍ່​ຮູ້ລະອຽດ​ເທື່ອ.

ຄະນະ​ໄອ​ຍະ​ການ​ພິ​ເສດ​ໄດ້​ນຳ​ເອົາ​ຄຳ​ສັ່ງກວດ​ຄົ້ນ​ທຳນຽບຊົງ​ວາ​ເດ​ເມື່ອ​ວັນ​ທີ 3 ກຸ​ມພາ​ນີ້​​​ແຕ່​ໄດ້ຖືກ​ປະຕິ​ເສດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ