ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ G20 ຈັດ​ຂຶ້ນຢູ່​ເຢຍລະ​ມັນ
2017-02-17 14:45:26  cri 

ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ກຸ່ມ 20 ປະ​ເທດ ຫຼື G20 ​ໄດ້​ຈັດ​ຂຶ້ນຢູ່​​ເມືອງບອນ ປະ​ເທດ​ເຢຍລະ​ມັນ​ໃນ​ວັນ​ທີ 16 ກຸມພາ​ນີ້ ​ໂດຍ​ຜູ້​ແທນ​ທີ່​ຮ່ວມ​ປະຊຸມ​ຈະ​ປຶກສາ​ຫາລື 3 ຫົວ​ຂໍ້ ຄື ການຈັດຕັ້ງປະຕິບັດວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ທີ່​ຍືນ​ຍົງ, ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ອາ​ຟຣິກາ ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສຸດ​ຍອດຮຳ​ເບິ​ກຂອງ G20 ທີ່​ຈະ​ຈັດ​ຂຶ້ນ​ໃນ​​ເດືອນ​ກໍລະກົດ​ປີ​ນີ້.

ກອງ​ປະຊຸມທີ່ຈະ​ດຳ​ເນີນ​ເປັນ​ເວລາ 2 ວັນນັ້ນ ​ໄດ້ແບ່ງອອກ​ເປັນ 2 ​ໄລຍະ ​ໂດຍ​ໄລຍະ​ທີ 1 ຈະ​ສຸມ​ໃສ່​ປຶກສາ​ຫາລື​ແລະ​ຈັດຕັ້ງປະຕິບັດວາລະ 2030 ກ່ຽວ​ກັບ​ການ​ພັດທະນາ​ທີ່​ຍືນ​ຍົງ ​ແລະ​ໄລຍະ​ທີ 2 ຈະ​ສຸມ​ໃສ່​ປຶກສາ​ຫາລື​ການ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ປະ​ທະ​ກັນ ​ແລະ​ອື່ນໆ.

ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ, ທ່ານ​ເຣັກ ຕີ​ເລີ​ເຊີນ ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເຊີ​ແກ ລາວຼົຟ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ ​ແລະ ຜູ້​ແທນ​​ປະ​ເທດອື່ນໆ ທີ່​ເປັນ​ສະມາຊິກ G20 ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ, ຂະນະ​ທີ່​ຜູ້​ແທນ​ຈາກ​ປະ​ເທດ​ໂຮ​ນລັງ, ນອກ​ແວ, ສິງກະ​ໂປ, ​ແອ​ສປາຍ ພ້ອມ​ດ້ວຍ​ອົງການ​ສະຫະ​ປະຊາ​ຊາດ, ອົງການ​ອາ​ເປັກ, ສະຫະພາບ​ອາ​ຟຣິກາ ​ແລະ​ອື່ນໆ ກໍ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຕາມ​ຄຳ​ເຊີນ​ເຊັ່ນ​ດຽວ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ