ປະທານາທິບໍດີ​ຊີຣີຕຳ​ໜິປະ​ເທດ​ຕາ​ເວັນ​ຕົກທີ່​ຍຸຍົງ​ສົ່ງ​ເສີມ​ສົງຄາມ​ຢູ່​ປະ​ເທດ​ຕົນ
2017-02-17 16:39:04  cri 

ທ່ານບາ​ຊາ ອາຊັດປະທານາທິບໍດີ​ຊີຣີ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນຂອງຝຣັ່ງ​​ສອງສຳນັກເມື່ອ​ບໍ່​ດົນ​ນີ້ ​ວ່າ: ການ​ທີ່ປະ​ເທດ​ຕາ​ເວັນ​ຕົກ​​ເຂົ້າຮ່ວມ​ຂະ​ບວນການ​ສັນຕິພາບຢູ່​ປະ​ເທດ​ຕົນ​ກໍ​ເພື່ອ​ບັນລຸ​ຈຸດປະສົງ​ຂອງ​ຕົນ​ເທົ່າ​ນັ້ນ, ຫາກບໍ່​ແມ່ນ​ເພື່ອ​ສັນຕິພາບ​ຂອງ​ຊີຣີຢ່າງ​ແທ້​ຈິງ ​ແລະ​ການ​ທີ່ປະ​ເທດ​ຕາ​ເວັນ​ຕົກ​ສະໜອງ​ທຶນ​ໃຫ້​ແກ່ກຸ່ມ​ຕໍ່ຕ້ານ​ລັດຖະບານ​ຊີຣີນັ້ນ, ຄວາມ​ຈິງ​ກໍ​ເພື່ອ​ຍຸຍົງ​ສົ່ງ​ເສີມ​ສົງຄາມ ​ຫາກບໍ່​ແມ່ນ​ເພື່ອ​ຊຸກຍູ້​ສັນຕິພາບ.

ທ່ານ​ບາ​ຊາ ກ່າວ​ຕື່ມ​ວ່າ: ​ເຖິງ​ວ່າ​ປັດຈຸບັນ, ລັດຖະບານ​ປະ​ເທດ​ຕົນ​ໄດ້​ຍຶດ​ເມືອງ​ອາ​ເລັບ​ໂປ ຕົວ​ເມືອງ​ສຳຄັນ​ຄືນ​ຈາກ​ກຸ່ມ IS ​ແລ້ວ​ກໍ​ຕາມ, ​ແຕ່​ເນື່ອງ​ຈາກ​ປະ​ເທດ​ຕາ​ເວັນ​ຕົກຍັງສະໜັບສະໜູນ​ອິດ​ທິກຳລັງ​ລັດທິກໍ່​ການ​ຮ້າຍ, ສະນັ້ນ ຢາກ​ຈະ​ຜາບ​ແພ້​ລັດທິ​ກໍ່​ການ​ຮ້າຍ​ໃຫ້​ໄດ້​ຢ່າງ​​ເຖິງ​ຖອງ ຍັງ​​ເປັນ​ເສັ້ນທາງ​ທີ່​ຍາວ​ໄກ​ສົມຄວນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ