ສານ​ ສ.​ເກົາຫຼີ​ສັ່ງ​ຈັບ​ຮອງ​ປະທານ​ບໍລິສັດ​​ເອເລັກ​ໂຕຣນິກຊຳ​ຊຸງ
2017-02-17 16:39:20  cri 
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 17 ກຸມພາ​ນີ້, ສານ​ທ້ອງ​ຖິ່ນ​ເຊ​ອຸນ ສ.​ເກົາຫຼີ​ໄດ້​ສັ່ງ​ຈັບ​ທ່ານ​ລີ​ເຈ​ຢົງ ຮອງ​ປະທານ​ບໍລິສັດ​ເອ​ເລັກ​ໂຕຣນິກ​ຊຳ​ຊຸງ ຍ້ອນ​ຖືກ​ສົງ​ໄສ​ວ່າໃຫ້​ສິນ​ບົນ, ຍັກ​ຍອກເງິນ​ຫຼວງ ​ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ, ໜ່ວຍ​​ໄອ​ຍະ​ການ​ວິສາມັນ​ທີ່​ຮັບຜິດຊອບ​ສືບສວນກໍລະນີ "ຄົນ​ໃກ້ຊິດ​ເຂົ້າ​ແຊກ​ການ​ປົກຄອງ" ​ໄດ້​ກ່າວ​ຟ້ອງ​ບໍລິສັດເອ​ເລັກ​ໂຕຣນິກ​ຊຳ​ຊຸງ​​ທີ່ສະໜອງ​ເງິນ​ຕັ້ງ​ຫຼາຍ​ສິບ​ຕື້ວອນໃຫ້​ນາງ​ຊອຍ​ຊຸນ​ຊິວ ບຸກຄົນ​ຕົ້ນຕໍ​ໃນກໍລະນີ "ຄົນ​ໃກ້ຊິດ​ເຂົ້າ​ແຊກ​ການ​ປົກຄອງ" ​ເຊິ່ງການ​ສະໜອງ​ເງິນ​ດັ່ງກ່າວ​​ຢູ່​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານ​ລີ​ເຈ​ຢົງ ​ແລະ​ກໍມີ​ຈຸດ​ປະສົງ​ໃຫ້​ສິນ​ບົນ.

ໜ່ວຍ​​ໄອ​ຍະ​ການ​ວິສາມັນ​ເຄີຍລົງ​ນາມ​ໃນ​ໃບ​ສັ່ງ​ຈັບ​ທ່ານ​ລີ​ເຈ​ຢົງ​ຕໍ່​ສານ​ເຊ​ອຸນ​ໃນ​ວັນ​ທີ 16 ມັງກອນ​ຜ່ານ​ມາ ​ໂດຍ​ກ່າວ​ຟ້ອງ​ວ່າ​ເປັນ​ຜູ້​ຖືກ​ສົງ​ໄສ​ໃຫ້​ສິນ​ບົນ, ຍັກ​ຍອກເງິນ​ຫຼວງ ​ແລະ​ເປັນ​ພະຍານ​ເທັດ ​ແລະ​ຈາກ​ນັ້ນ 3 ມື້​ຄື ວັນ​ທີ 19 ​ເດືອນ​ດຽວ​ກັນ, ສານວິນິດ​ໄສ​ຕົກລົງ​ບໍ່ຈັບດ້ວຍ​ຂໍ້​ອ້າງ​ທີ່ວ່າ ​ເຫດຜົນ​ບໍ່​ພຽງພໍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ