ຟີ​ລິບ​ປິນ-ຣັດ​ເຊຍ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຄວາມ​ໝັ້ນຄົງ
2017-02-18 14:38:21  cri 
ວັນ​ທີ 17 ກຸມພາ​ນີ້,​​ເວັບ​ໄຊ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຟີ​ລິບ​ປິນລາຍ​ງານ​ວ່າ:​ ວັນ​ທີ 16 ກຸມພາ​ນີ້, ເຈົ້າ​ໜ້າ​ທີ່​ລັດຖະບານ​ຟີ​ລິບ​ປິນກັບ​ຄະນະ​ຜູ້​ແທນຣັດ​ເຊຍ​​ໄດ້​ພົບ​ປະສອງ​ຝ່າຍ​ຢູ່​ເມືອງ​ໂດ​ວາວ​ ທາງ​ພາກ​ໃຕ້​ຟີ​ລິບ​ປິນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບການ​ຮ່ວມ​ມື​ດ້ານການປ້ອງ​ກັນ​ຄວາມ​ໝັ້ນຄົງ.

ຄະນະ​ຜູ້​ແທນຣັດ​ເຊຍນຳ​ໂດຍ​ທ່ານ​ນີ​ໂຄ​​ໄລ ພະທຣູ​ເຊັຟ ​​ເລຂາ​ທິການ​ສະພາ​ຄວາມ​ໝັ້ນຄົງຣັດ​ເຊຍ​ໄດ້​ເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ໂຣດຣິ​ໂກ ດູ​ເຕີ​ເຕ ປະທານາທິບໍດີ​ຟີ​ລິບ​ປິນຢູ່​ເມືອງ​ໂດ​ວາວ,​ແລະ​ໄດ້​ດຳ​ເນີນ​ການ​ປຶກສາຫາລື​ຮ່ວມກັບ​ຄະນະ​ຜູ້​ແທນ​ຟີ​ລິບ​ປິນທີ່​ນຳ​ໂດຍ​ທ່ານ​ເຮີ​ໂມ​ເກ​ເນສ ​ແອັສ​ເປີຣົນ ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຟີ​ລິບ​ປິນ. ອີງຕາມການ​ລາຍ​ງານ​ຂອງຝ່າຍຟີ​ລິບ​ບິນ, ສອງ​ຝ່າຍໄດ້​ປຶກສາ​ຫາລື​ກ່ຽວ​ກັບ​​ເນື້ອ​ໃນຕົ້ນຕໍ 6 ຂົງ​ເຂດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ທັງ​ສອງ​ປະ​ເທດ.​
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ