ທ່ານ​ຫວາງ​ອີ້​ເຂົ້າ​ຮ່ວມກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ G20 ຢູ່​ເມືອງ​​​ໂບນ​ຂອງ​ເຢຍລະ​ມັນ
2017-02-18 15:00:15  cri 
ວັນ​ທີ 16 ​ແລະ 17 ກຸມພາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ອີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​​ເດີນທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ G20 ຢູ່​ເມືອງ​ໂບນປະ​ເທດ​ເຢຍລະ​ມັນ, ​ໃນ​ທີ່​ປະຊຸມ, ທ່ານ​ໄດ້​ບັນ​ລະ​ຍາຍກ່ຽວ​ກັບ​ຫຼັກ​ໝັ້ນ​ຫຼັກການ​ແລະ​ເຈດ​ຈຳນົງ​ຂອງ​ຝ່າຍ​ຈີນ​ໂດຍປິ່ນ​ອ້ອມຫົວ​ຂໍ້​ຕ່າງໆ​ເຊັ່ນ​ການ​ຜັນ​ຂະຫຍາຍວຽກ​ງານຕ່າງໆກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງປີ 2030, ການ​ພົວພັນຄູ່​ຮ່ວມ​ມື​ກັບ​ອາ​ຟຼິກາ, ການ​ປົກ​ປັກ​ຮັກສາ​ສັນຕິພາບ​ໃນ​ໂລກ​ທີ່​ສັບສົນ​ ​ແລະ​ອື່ນໆ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ:​ ​ເພື່ອ​ຜັນ​ຂະຫຍາຍວຽກ​ງານ​ຕ່າງໆ​ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ປີ 2030​ ​ໃຫ້​ດີ, ຈີນ​ມີ​ເຈດ​ຈຳນົງ​ໃຫ້​ປະຊາ​ຄົມ​ໂລກ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ມີ​ສັນຕິພາບ​ແລະ​ສະ​ເຖຍລະ​ພາບ, ສ້າງ​ເສດຖະກິດ​ໂລກ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ຮ່ວມ​ມື​ກັນ ​ເປີດ​ປະຕູ​​​ແລະ​ເຊື່ອມ​ໂຍງ​ເຂົ້າກັນ, ລິ​ເລີ່​ມ​ແນວ​ຄິດ​ທີ່​ຊົມ​ໃຊ້​ການ​ພັດທະນາ​ຮ່ວມ​ກັນ, ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ພັດທະນາ​ທົ່ວ​ໂລກ​ແບບ​​ໃໝ່,​ ​ແລະ​ຈັດ​ວຽກ​ງານ​ການ​ພັດທະນາ​ແບບ​ຍືນ​ຍົງ​​ເຂົ້າ​ໃນ​ຍຸດ​ທະ​ສາດພັດທະນາ​ຂອງ​ປະ​ເທດ​ຕົນ. ຈີນ​ເຫັນ​ວ່າ: ຄວນ​ຍຶດໝັ້ນ​​ເຮັດ​ໃຫ້ສັນຕິພາບ​ແລະ​ການ​ພັດທະນາ​ໄປ​ພ້ອມ​ກັນ, ​ແລະ​ເຄົາລົບ​ຄວາມ​ປາຖະໜາ​ຂອງ​ບັນດາ​ປະ​ເທດ​ອາ​ຟຼິກາ, ​ໃຊ້​ມາດຕະການ​ລະອຽດ​ເພື່ອ​ສະໜັບສະໜູນ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ​ອາ​ຟຼິກາ. ຈີນ​ກຳລັງ​ປະຕິບັດ​ແນວ​ຄິດ​ນະ​ໂຍບາຍ​ຕໍ່​ອາ​ຟຼິກາ​ທີ່"ມີ​ຄວາມຈິງ​ໃຈ ມີ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ ສະໜິດສະໜົມ​​ແລະ​ມີ​ຄວາມ​ຊື່ສັດ"ດ້ວຍ​ການ​ກະທຳ​ຕົວ​ຈິງ​ຂອງ​ຕົນ.

ທ່ານ​ຫວາງ​ອີ້ກ່າວ​ເນັ້ນ​ວ່າ: ຈີນ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງ​ພັດທະນາ​ໂດຍ​ສັນຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​​ເປັນ​ຜູ້ປົກ​ປັກ​ຮັກສາ​ແລະ​ຜູ້​ສ້າງສາ​ສັນຕິພາບ​ຖາວອນ​ຂອງ​ໂລກ​ຢ່າງ​ໝັ້ນ​ໜຽວບໍ່​ປ່ຽນ​ແປງ, ຍິນ​ດີ​ຮ່ວມສ້າງສາ​ແລະ​ຊົມ​ໃຊ້​​ໂລກ​ທີ່​ມີ​ສັນຕິພາບ​ຖາວອນ​ແລະ​ມີ​ຄວາມ​ປອດ​ໄພ​ໂດຍ​ທົ່ວ​ໄປກັບ​ປະຊາ​ຄົມ​ໂລກບົນ​ພື້ນຖານ​ແນວ​ຄິດ​ປະຊາ​ຄົມຮ່ວມ​ຊາຕາກຳຂອງ​ມວນ​ມະນຸດ​ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ