ປະ​ເທດ​ຕ່າງໆ​ກຳລັງ​ພະຍາຍາມ​ຢ່າງ​ສຸດຂີ​ດ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ທະວີບອາຊີ
2017-02-18 15:44:16  cri 
ຕາມ​ຂ່າວCRI: ວັນ​ທີ 16 ກຸມພາ​ນີ້, ​ເວທີ​ປຶກສາ​ຫາລື​ໂລກ​ໄດ້​ຈັດ​ກອງປະຊຸມ​​ໃຫຍ່​ທົ່ວ​ໂລກ​ຢູ່​ນະຄອນອິສຕານ​ບູນຂອງ​ຕວກກີທີ່​ຖື​ການທ່ອງທ່ຽວ​ດ້ວຍ​ຄວາມ​ປອດ​ໄພ​ເປັນ​ທັດສະນະຕົ້ນຕໍ. ບຸກຄົນ​ແລຜູ້​ຕາງໜ້າ​ຂອງ​ວົງ​ການ​ທ່ອງ​ທ່ຽວຈາກ 20 ກວ່າ​ປະ​ເທດ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້ຈະ​ດຳ​ເນີນ​​ເປັນ​ເວລາ 2 ວັນ, ​ແລະຈະ​ປຶກສາ​ຫາລື​ກ່ຽວ​ກັບ​ທ່ວງທ່າ​ໃໝ່​ຂອງ​ຂະ​ແໜງ​ການ​ການທ່ອງທ່ຽວ, ​ແລະ​ກຳນົດ​ມາດ​ຕະການ​ໃໝ່​ຂອງ​ການ​ສ້າງ​ຄວາມ​ຈະ​ເລີ​ນຂອງ​ຂະ​ແໜງ​ການທ່ອງທ່ຽວ.

ທ່ານ​ບູລຸດ ບາ​ຊີ, ປະທານ​ຄະນະ​ກຳມະການ​ຂອງ​ເວທີ​ປຶກສາ​ຫາລື​ການທ່ອງທ່ຽວ​ໂລກກ່າວ​ຕໍ່​ນັກ​ຂ່າວ​ວ່າ, ​ໃນມໍ່ໆ​ມາ​ນີ້, ວົງ​ການ​ການທ່ອງທ່ຽວ​ໄດ້ປ່ຽນ​​ເປົ້າ​ໝາຍ​ຂອງ​ຕົນ​ມາເປັນ​ພາກ​ພື້ນ​ອາຊີ​ປາຊີ​ຟິກ, ​ໂດຍ​ສະ​ເພາະ​​ຈີນ​, ຍີ່ປຸ່ນ​ແລະ​ປະ​ເທດ​ອື່ນໆ, "ປັດຈຸບັນ​ນີ້​ຂະ​ແໜງ​ການ​ການທ່ອງທ່ຽວ​ໃນ​ທົ່ວ​ໂລກ​​ໄດ້​ປຶກສາ​ຫາລື​​ຕະຫຼອດ​ກ່ຽວ​ກັບຊ່ອງ​ທາງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກ​ພາກ​ພື້ນ​ອາຊີ​ປາຊີ​ຟິກ​​ໄປ​ປະ​ເທດຂອງ​ຕົນ".

ເວທີ​ປຶກສາ​ຫາລື​ການທ່ອງທ່ຽວ​ໂລກ​ແມ່​ນອົງການ​​ໜຶ່ງ​ທີ່ຖື​ການສ້າງ​ຄວາມ​ຈະ​ເລີ​ນຂອງ​ຂະ​ແໜງ​ການທ່ອງທ່ຽວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ