ທ່ານ​ຫວາງ​ອີ້​ກ່າວ​ຄຳ​ປາ​ໄສ​ຢູ່​ກອງ​ປະຊຸມ​ຄວາມໝັ້ນຄົງມູນິກ​ຄັ້ງ​ທີ 53
2017-02-18 15:44:49  cri 
ວັນ​ທີ 17 ກຸມ​ພາ​ນີ້, ທ່ານ​ຫວາງ​ອີ້, ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າຮ່ວມ​ກ​ອງປະຊຸມ​ຄວາມ​ໝັ້ນຄົງມູນິກຄັ້ງ​ທີ 53 ຢູ່​ນະຄອນ​ມູນິກຂອງ​ເຢຍລະ​ມັນ, ​ແລະ​ໄດ້ກ່າວ​ຄຳ​ປາ​ໄສທີ່​ມີ​ຫົວ​ຂໍ້​ວ່າ "ຍຶດໝັ້ນ​ທັດສະນະ​ທີ່​ມີ​ການ​ຮ່ວມ​ມື, ​ໃຫ້ການ​ຕັດ​ສິນ​ຢ່າງ​ຖືກຕ້ອງ". ມີລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ຂອງ​ໂປ​​ໂລ​ຍ, ອຸ​ແກຼນ, ​ແອ​ສປາຍ, ອັງກິດ, ​ໂຮ​ນລັງ​ແລະອະດີດບຸກຄົນ​ສຳຄັນ​ທາງ​ການ​ເມືອງ​ຫຼາຍ​ທ່ານ, ພ້ອມ​ດ້ວຍຊ່ຽວຊານ​ແລະ​ນັກ​ວິທະຍາສາດ 300 ກວ່າ​ຄົນ​ເຂົ້າ​ຮ່ວມ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ​ໃນ​ຕົ້ນ​ປີນີ້, ທ່ານ​ປະ​ທານ​ສີ​ຈີນ​ຜີ​ງ​ໄດ້​​ໃຫ້ການ​ປະຖະກະຖາ​ສຳຄັນ 2 ​ເທື່ອ​ຢູ່​ນະຄອນ​ດາ​ວໍ​ສ​ແລະ​ນະຄອນ​ເຊີ​ແນວ, ​ໂດຍ​ທ່ານ​ໄດ້​ສະ​ເໜີ​ວ່າ​ຕ້ອງ​ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​​ໂຊກ​ຊະ​ຕາ​ຂອງ​ມວນ​ມະນຸດ, ບັນລຸ​ການ​​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມກັນ. ນີ້​ແມ່ນ​ແຜນການ​ຈີນ​ຍ້ອນ​ຈີນ​ໄດ້​ກຳ​ກົດ​ແກນ​ປະຫວັດສາດ​ແລະ​ກະ​ແສຂອງ​ຍຸ​ສະ​ໄໝ, ​ເອົາ​ໃຈ​ໃສ່​ຕໍ່​ປະ​ໂຫຍ​ດຮ່ວມ​ກັນ​ແລະ​ໄລຍະ​ຍາວ​ຂອງ​ມວນ​ມະນຸດ, ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​​ເປັນ​ຢ່າງ​ສູງ​ແລະ​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າ​ງກວ້າງຂວາງ​ຈາກ​ຝ່າຍ​ຕ່າງໆ.

ທ່ານ​ຫວາງ​ອີ້​ກ່າວ​ວ່າ, ຄວາມ​ມີສັນຕິພາບ​ແລະ​ກາ​ນພັດທະນາ​ຍັງ​ແມ່ນ​ກະ​ແສ​ຕົ້ນຕໍຂອງ​ໂລກ​ໃນ​ປັດຈຸບັນ​ນີ້. ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ໂລກ​ກຳລັງປະ​ເຊີນ​ໃນ​ປັດຈຸບັນ​ນີ້, ຕ້ອງການ​ການ​ຍຶດໝັ້ນ​ລັດທິ​ຫຼາຍ​ຝ່າຍ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃຫຍ່​ຢ່າງ​ຕໍ່​ເນື່ອງ, ພະຍາຍາມ​ປັບປຸງ​ການ​ປົວ​ແປງ​ທົ່ວ​ໂລກ​ໃຫ້​ສົມບູນ​ກວ່​າ​ເກົ່າ, ຍຶດໝັ້ນ​ເລັ່ງລັດ​ຂະ​ບວນການ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ຕ່າງໆ. ຈີນ​ຈະ​ສືບ​ຕໍ່ປະຕິບັດ​ວຽກ​ງານ​ຂອງ​ຕົນ​​ໃຫ້​ດີ, ຈະ​ປະຕິ​ຮູບ​ໃຫ້​ເລິກ​ເຊິ່ງກວ່າ​ເກົ່າ​ຮອບດ້ານຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ, ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ, ​ເປັນ​ຜູ້​ສ້າງ​ສັນຕິພາບ​ຂອງ​ໂລກ, ຜູ້​ປະກອບສ່ວນ​ດ້ານ​ການ​ພັດທະນາ​ຂອງ​ໂລກ, ຜູ້​ປົກ​ປັກ​ຮັກສາ​ລັດທິ​ຫຼາຍ​ຝ່າຍ, ດ້ວຍ​ການ​ພັດທະນາ​ຂອງ​ຕົນ​​ພ້ອມ​ທັງໃຫ້ການ​ປະກອບສ່ວນ​ໃໝ່​ເຂົ້າ​ໃນ​ພາລະກິດ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ມວນ​ມະນຸດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ