ໄຂ​ມະຫະ​ກຳ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງ​ທີ 8 ຢ່າງ​ເປັນ​ທາງ​ການ
2017-02-20 16:29:05  cri 

ພິທີ​ໄຂ​ມະຫະ​ກຳ​ກິລາ​ລະດູ​ໜາວ​ອາຊີ​ຄັ້ງ​ທີ 8 ​ໄດ້​ຈັດ​ຂຶ້ນ​ຢູ່​ສະໜາມກິລາ​ໂດ​ເມ​ເມືອງ​ຊັບ​ໂປ​ໂຣ ປະ​ເທດ​ຍີ່ປຸ່ນ​ໃນ​ຕອນ​ບ່າຍ​ວັນ​ທີ 19 ກຸມພາ​ນີ້, ຂະນະ​ທີ່​ນັກ​ກິລາ​ເຈົ້າພາບ​ຍາດ​ໄດ້ຫຼຽນ​ຄຳ​ຫຼຽນທຳ​ອິດ​.


​ໃນ​ພິທີ​ໄຂ​ມະຫະກຳ​ກິລາ​ດັ່ງກ່າວຍັງ​ໄດ້​ຈັດ​ພິທີ​ມອບ​ລາງວັນ​ຈາກການ​ແຂ່ງຂັນ​ທີ່​ຈັດ​ຂຶ້ນ​ລ່ວງ​ໜ້າ ​ໂດຍສະ​ເພາະການ​ແຂ່ງຂັນ​​ໃນລາຍການSnowboardingເພດ​ຍິງ ​ເຊິ່ງນາງ​ເອຣິ ຢາ​ເນ​ຕາ​ນິ ນັກ​ກິລາ​ຍີ່ປຸ່ນໄດ້​ຫຼຽນ​ຄຳ​ຫຼຽນ​ທຳ​ອິດ​, ຂະນະ​ທີ່​ນາງ​ຈ່າງຣູຊິນ ​ແລະ​ນາງ​ກົ່ງ​ໜາຍ​ຢິງ ​ນັກ​ກິລາ​ຈາກ​ສປຈີນເປັນ​ທີ 2 ​ແລະ​ທີ 3 ​ເຊິ່ງ​ເປັນ​ສອງ​ຫຼຽນ​ທຳ​ອິດ​ຂອງ​ທີ​ມກິລາຈີນ​. ສຳລັບເພດ​ຊາຍ, ທ້າວ​ລີ​ຊາງ​ໂຮ ນັກ​ກິລາ ສ ​ເກົາຫຼ​ໄດ້​ຫຼຽນຄຳ.

ມະຫະ​ກຳ​ກິລາ​ລະດູ​ໜາວ​ຊັບ​ໂປ​ໂຣຈະດຳ​ເນີນ​ການ​ແຂ່ງຂັນ​ໄປ​ຈົນ​ເຖິງວັນ​ທີ 26 ​ເດືອນ​ດຽວກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ