ກອງທັບ​ມຽນມາກວາດ​ລ້າງກຸ່ມ​ປະກອບ​ອາວຸດຢູ່​ເຂດ​ເມືອງ​​ໂດ​ໄດ້​ສຳ​ເລັດ​​
2017-02-20 11:04:33  cri 

ລັດຖະບານ​ມຽນມາ​ໄດ້​ຖະ​ແຫຼງ​ໃນ​ຕອນ​ຄ່ຳ​ວັນ​ທີ 17 ກຸມພາ​ນີ້​ວ່າ: ນັບ​ແຕ່​ເກີດ​ເຫດການ​ຫົວ​ຮຸນ​ແຮງ​ຢູ່​ເຂດ​ເມືອງ​ໂດ ລັດ​ຍະ​ໄຂ່ ​ເມື່ອວັນ​ທີ 9 ຕຸລາ​ປີ 2016 ​ເປັນຕົ້ນມາ, ກອງກຳລັງຕຳຫຼວດ​ແລະ​ທະຫານ​ໄດ້​ສູ້​ຮົບ​ກັບ​ກຸ່ມ​ປະກອບ​ອາວຸດ 20 ​ເທື່ອ ສົ່ງ​ຜົນ​ເຮັດ​ໃຫ້ທະຫານ 7 ຄົນ, ຕຳຫຼວດ 10 ​ຄົນ ແລະ ປະຊາຊົນ 13 ຄົນ​ເສຍ​ຊີວິດ, ຂະນະ​ທີ່​ກຸ່ມ​ປະກອບ​ອາວຸດ 69 ຄົນ​ເສຍ​ຊີວິດ. ປັດຈຸບັນ, ອາວຸດ​ປືນ​ລວມທັງ​ລູກປືນ​ຈຳ​ນວນ​ໜຶ່ງທີ່​ສູນ​ເສຍ​ຈາກ​ທະຫານ​ແລະ​ຕຳຫຼວດນັ້ນຍັງ​ບໍ່​ສາມາດ​​ເກັບ​ກູ້ຄືນ​ມາໄດ້.

​ໃນ​ຖະ​ແຫຼງຂ່າວ​ຍັງ​ລະບຸ​ວ່າ: ປັດຈຸບັນ, ກອງທັບ​ປະ​ເທດ​ຕົນ​ບໍ່​​ກວາດ​ລ້າງ​ຢູ່​ເຂດ​ດັ່ງກ່າວ​ອີກ​ແລ້ວ, ​ແຕ່​ໃຫ້​ເຈົ້າໜ້າ​ທີ່​ຕຳຫຼວດຮັກສາ​ຄວາມ​ໝັ້ນຄົງ, ຄວາມ​ສະຫງົບ ​ແລະ ປະຕິບັດ​ກົດໝາຍ ຕາມ​ເຂດ​ຊາຍ​ແດນ​ດັ່ງກ່າວ.

ຖະ​ແຫຼງຂ່າວ​​ລະບຸ​ຕື່ມວ່າ: ການ​ເຄື່ອນ​ໄຫວທາງ​ການ​ທະຫານ​ດັ່ງກ່າວສາມາດ​ຈັບ​ຜູ້​ຖືກ​ສົງ​ໄສກໍ່​ການຫຼອນ​ໂຈມ​ຕີ​ໄດ້​ເກືອບ 600 ຄົນ, ​ໃນ​ນີ້ ​ໄດ້ດຳ​ເນີນຄະດີ​ 35 ຄົນ ​ແລະມີ 5 ຄະດີ​ໄດ້​ສຳ​ເລັດ​ການພິຈາລະນາ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ