ສິງກະ​ໂປ​ປ່ຽນ​ຊື່​ຫໍ​ວາງສະ​ແດງ​ສົງຄາມ​ໂລກ​ຄັ້ງທີ 2 ຫຼັງ​ມີ​ກາ​ນວິຈານ​ຫຼາຍ
2017-02-20 16:24:32  cri 

ທ່ານ​ຢາ​ຄົບ ອີ​ບຣາຮິມ ລັດຖະມົນຕີ​ກະຊວງ​ການ​ສື່ສານ​ແລະ​ຖະ​ແຫຼງຂ່າວ​ສິງກະ​ໂປ ​ໄດ້​ອອກ​ຖະ​ແຫຼງການ​ໃນ​ວັນ​ທີ 17 ກຸມພາ​ນີ້ ​ໂດຍ​ປະກາດ​ວ່າ​ຈະ​ປ່ຽນ​ຊື່​ "ຫໍ​ວາງສະ​ແດງ​ໂຊ​ນານ: ສົງຄາມ​ແລະ​ຮ່ອງຮອຍ​ປະຫວັດສາດ" ທີ່​ຫາ​ກໍ​ເປີດ​ບໍລິການ​ໃນ​ວັນ​ທີ 15 ກຸມພາ​ນີ້ ເປັນ "ສະ​ໄໝ​ຍີ່ປຸ່ນ​ຍຶດຄອງ: ສົງຄາມ​ແລະ​ຮ່ອງຮອຍ​ປະຫວັ​ດສາດ".
​ຫຼັງຫຼາຍມື້​ຜ່ານ​ມາ​ໄດ້ຕັ້ງຊື່ "ຫໍ​ວາງສະ​ແດງ​ໂຊ​ນານ" ​ໄດ້​ເຮັດ​ໃຫ້​​ມີ​ການວິພາກ​ວິຈານ​ກັນຫຼາຍ​ໃນທົ່ວ​ສັງຄົມ​ສິງກະ​ໂປ ​ເນື່ອງ​ຈາກ​ໃນ​ສະ​ໄໝ​ສົງຄາມ​ໂລກ​ຄັ້ງທີ 2, ຍີ່ປຸ່ນ​ໄດ້​ເຂົ້າຍຶດຄອງ​ສິງກະ​ໂປ ​ແລະ ​ເຂັ່ນຂ້າ​ປະຊາຊົນຫຼາຍໝື່ນ​ຄົນ ທັງ​ໄດ້​ປ່ຽນ​ຊື່ສິງກະ​ໂປ​ໃຫ້​ເປັນ​ "ເກາະ​ໂຊ​ນານ". ບຸກຄົນ​ທີ່​ມີ​ອິດ​ທິພົນ​ໃນ​ສັງຄົມຫຼາຍທ່ານ ຊີ້​ວ່າ: ການ​ໃຊ້​ສອງ​ຕົວ​ໜັງສື "​ໂຊ​ນານ" ນີ້​ມາຕັ້ງ​ເປັນຊື່​ຫໍ​ວາງສະ​ແດງ​ປະຫວັດສາດ​ອັນ​ເຈັບ​ແສບ​ດັ່ງກ່າວ​ ​ເປັນ​ການ​ກະທຳ​ບໍ່​ເໝາະ​ສົມ.

ທ່ານ​ຢາ​ຄົບ ​ໄດ້​ລະບຸ​ໃນ​ຖະ​ແຫຼງການ​ດັ່ງກ່າວ​ວ່າ: ຜ່ານ​ການ​ພິຈາລະນາ​ຢ່າງ​ລະອຽດ ​ຈຶ່ງ​ຕົກລົງ​ບໍ່​ໃຊ້​ຊື່ "ຫໍ​ວາງສະ​ແດງ​ໂຊ​ນານ" ນີ້​ອີກ ​ແລະ​ປ່ຽນ​ມາ​​ໃຊ້ຊື່ "ສະ​ໄໝ​ຍີ່ປຸ່ນ​ຍຶດຄອງ: ສົງຄາມ​ແລະ​ຮ່ອງຮອຍ​ປະຫວັດສາດ".

ທ່ານ​ຢາ​ຄົບ ກ່າວ​ວ່າ: ຈະ​ຕ້ອງ​ເຄົາລົບ​ຄວາມ​ຮູ້ສຶກ​ຂອງປະຊາຊົນຜູ້​ຕົກທຸກ​ໄດ້​ຍາກ ​ແລະ ຜູ້​ທີ່​ສູນ​ເສຍ​ສະມາຊິກ​ຄອບຄົວ​ໃນສະ​ໄໝ​ທີ່​ຖືກ​ຍີ່ປຸ່ນ​ຍຶດຄອງ. ​ແນວ​ໃດ​ກໍ​ດີ, ຕົນ​ຂໍ​ຂະ​ມາ​ໂທດ​ຢ່າງ​ສຸດ​ຊຶ້ງຕໍ່ປະຊາຊົນ​ບາງ​ຄົນທີ່​ຖືກທຳຮ້າຍ​ຈາກ​ຊື່​ຂອງ​ຫໍ​ວາງສະ​ແດງ​ດັ່ງກ່າວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ