ຫຼາຍ​ແຫ່ງ​ໃນອາ​ເມ​ລິ​ກາຊຸມນຸມ​ປະ​ທ້ວງ​ນະ​ໂຍບາຍ​ຕໍ່​ຊາວ​ອົບ​ພະຍົບຂອງ​ລັດຖະບານຊຸດ​ໃໝ່
2017-02-20 16:26:42  cri 

ຂະນະ​ທີ່​ທ່ານ​ໂດ​ນັນ ທຣຳ ຂຶ້ນຮັບ​ຕຳ​ແໜ່​ງປະທານາທິບໍດີ​ອາ​ເມ​ລິ​ກາ​ຄົບຮອບ 1 ​ເດືອນ, ຢູ່ຫຼາຍຕົວ​ເມືອງ​ຂອງ​ປະ​ເທດ​ດັ່ງກ່າວ ​ເຊັ່ນ ນະຄອນ​ນິວຢອກ, ​ເມືອງ​ຊີ​ຄາ​ໂກ ​ແລະ ​ເມືອງ​ໂບສຕັນ ​ໄດ້​ເກີດ​ການ​ຊຸມນຸມ​ແລະ​ແຫ່​ຂະ​ບວນ​ໃນ​ວັນ​ທີ 19 ກຸມພາ​ນີ້ ​ເພື່ອ​ປະ​ທ້ວງ​ນະ​ໂຍບາຍ​ໃໝ່​ທີ່​ມີ​ການ​ວິພາກ​ວິຈານ​ກັນຢ່າງ​ໜາ​ຫູ ​ເຊັ່ນ ການຈຳກັດ​ຕໍ່​ຊາວ​ອົບ​ພະຍົບທີ່​ລັດຖະບານ​ປະກາດ​ໃຊ້​ເມື່ອ​ບໍ່​ດົນ​ນີ້.

​ໃນ​ວັນ​ດັ່ງກ່າວ, ຊາວ​​​ນິວຢອກ​ພັນກວ່າຄົນ​ໄດ້​ຈັດການຊຸມນຸມ​ດ້ວຍ​ຄຳ​ຂວັນ​ "ມື້​ນີ້​ຂ້າພະ​ເຈົ້າກໍ​ແມ່ນ​ຊາວ​ມຸສລິ​ມ" ຢູ່ສະໜາມຫຼວງທາມ​ສ໌ ​ເພື່ອ​ປະ​ທ້ວງ​ດຳລັດ​ປະທານາທິບໍດີ​​ທຣຳ ທີ່​ຫ້າມ​ບໍ່​ໃຫ້​ຊາວ​ອົບ​ພະຍົບລີ້​ໄພ​ທົ່ວ​ໂລກ ​ແລະ ຫ້າມພົນລະ​ເມືອງ​ຂອງ 7 ປະ​ເທດ​ອາຊີ​ຕາ​ເວັນ​ຕົກ​ແລະ​ອາ​ຟຣິກາ​ເໜືອ​ເຂົ້າ​ເມືອງ​ ທີ່​ປະຕິບັດຊົ່ວຄາວ.

ທັງ​ນີ້, ຫຼັງທ່ານ​ທຣຳ ຂຶ້ນດຳລົງ​ຕຳ​ແໜ່​ງປະທານາທິບໍດີ ກໍ​ໄດ້​ປະກາດ​ໃຊ້​ຫຼາຍນະ​ໂຍບາຍ​ເພື່ອ​ຈຳກັດ​ຊາວ​ອົບ​ພະຍົບ​ເຂົ້າ​ປະ​ເທດ​ຕົນ ທັງ​ເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບຜິດ​ກົດໝາຍ​ພາຍ​ໃນ​ອາ​ເມ​ລິ​ກາ ​ເຊິ່ງມາດ​ຕະການ​​ເຫຼົ່ານີ້ ກໍ​ຖືກ​ປະຊາຊົນແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ​ປະ​ທ້ວງ ​ແລະ ຖືກຫຼາຍປະ​ເທດ​ໃນ​ໂລກ​ຕຳ​ໜິ, ຂະນະ​ດຽວ​ກັນ​ກໍປະສົບ​ການ​ແຊກ​ແຊງ​ແລະສະກັດ​ກັ້ນຈາກ​ລະບົບ​ຍຸຕິ​ທຳ​ອາ​ເມ​ລິ​ກາ​ເຊັ່ນ​ດຽວກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ